ບໍລິສັດ ສາມເອັສພັດທະນາ ຈໍາກັດຜູ້ດຽວ ໄດ້ຈັດພິທີມອບ-ຮັບເຄື່ອງວິໄຈຢາເສບຕິດໃຫ້ກົມໃຫຍ່ຕໍາຫຼວດກະຊວງ ປກສ ພາຍຫຼັງສໍາເລັດການຕິດຕັ້ງສຳເລັດ 100% ຢູ່ 3 ແຂວງຄື: ປກສ ແຂວງອຸດົມໄຊ, ປກສ ແຂວງຈຳປາສັກ ແລະ ກົມນິຕິວິທະຍາ ນະຄອນຫຼວງວຽງຈັນ ໃນວັນທີ 12 ເມສາ 2022, ມອບໂດຍ ທ່ານ ປອ ພອນ ປະເສີດ ອິນທະສອນ ປະທານບໍລິສັດ ສາມເອັສ ພັດທະນາ ຈໍາກັດຜູ້ດຽວ, ຮັບ ໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຮອງຫົວໜ້າກົມໃຫຍ່ພະລາ ແລະ ບັນດາກົມກອງອ້ອມຂ້າງກົມໃຫຍ່ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ພອນປະເສີດ ອິນທະສອນ ກ່າວວ່າ: ພາຍຫຼັງບໍລິສັດໄດ້ຮັບການມອບໝາຍຈາກ ກະຊວງ ປກສ ໃນໄລຍະປີ 2020-2021, ພວກເຮົາກໍໄດ້ເລີ່ມລົງມືຈັດຕັ້ງປະຕິບັດໂຄງການມາດ້ວຍຄວາມຮັບຜິດຊອບສູງບົນພື້ນຖານລະບຽບຫຼັກການ, ເຊິ່ງທາງບໍລິສັດ ໄດ້ສະໜອງປະກອບໃຫ້ 3 ແຂວງ ຄື: ປກສ ແຂວງອຸດົມໄຊ, ປກສ ແຂວງຈຳປາສັກ ແລະ ກົມນິຕິວິທະຍາ ນະຄອນຫຼວງວຽງຈັນ, ໃນລະຫວ່າງການປະຕິບັດໂຄງການບໍລິສັດກໍພົບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ເຄື່ອງວິຊາສະເພາະດັ່ງກ່າວ ເປັນເຄື່ອງນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂັ້ນສູງຂອງກຳລັງ, ເຊິ່ງທາງໂຮງງານຜະລິດໄດ້ຈຳກັດໃນການຈໍາໜ່າຍໝາຍຄວາມວ່າບໍ່ສາມາດຈໍາໜ່າຍ ໃຫ້ບຸກຄົນທົ່ວໄປ ຫຼື ອົງກອນອື່ນໆທີ່ບໍ່ກ່ຽວກັບການນຳໃຊ້ເຄື່ອງຕົວນີ້ ເພື່ອປ້ອງກັນການເກີດອາຊະຍາກໍາເວັ້ນເສຍແຕ່ກົມວິຊາສະເພາະກຳລັງປ້ອງ ກັນຄວາມສະຫງົບ; ສະນັ້ນ, ການປະຕິບັດງານຈຶ່ງມີຫຼາຍຂັ້ນຕອນ ແລະ ລະອຽດໃນການປະສານງານຫາໂຮງງານຜະລິດ ເພື່ອສັ່ງຊື້; ດ້ວຍຄວາມພະ ຍາຍາມຂອງບໍລິສັດມາຮອດປັດຈຸບັນ ພວກເຮົາສາມາດປະຕິບັດສຳເລັດ 100% ແລ້ວທັງ 3 ແຂວງ ແລະ ຂໍມອບເຄື່ອງດັ່ງກ່າວນີ້ໃຫ້ກົມໃຫຍ່ຕໍາຫຼວດເປັນຜູ້ຄຸ້ມຄອງນຳໃຊ້.

ເຄື່ອງດັ່ງກ່າວປະກອບມີ: ເຄື່ອງຈັກວິໄຈ GCMS ຈຳນວນ 3 ຊຸດ, ຈັກປັ່ນໄຟຟ້າ Power Generator ຈໍານວນ 3 ຊຸດ, ເຄື່ອງອຸປະກອນເຄມີ ແກ້ວ Chemical-Glass ຈຳນວນ 3 ຊຸດ, ເຄື່ອງອຸປະກອນຫ້ອງແລັບ Acces- sories ຈຳນວນ 3 ຊຸດ ແລະ ປັບປຸງ ຫ້ອງແລັບ Lab room restor ຈໍານວນ 3 ເຄື່ອງ.

ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ບໍລິສັດ ສາມເອັສ ພັດທະນາ ຈໍາກັດຜູ້ດຽວ ທີ່ໄດ້ສຸມຄວາມພະຍາມໃນທຸກດ້ານ ເພື່ອຊອກຫາເຄື່ອງດັ່ງກ່າວມາຊ່ວຍເຫຼືອກະຊວງ ປກສ ເວົ້າລວມເວົ້າສະເພາະກໍຄື ກົມໃຫຍ່ຕໍາຫຼວດ, ເຄື່ອງດັ່ງກ່າວນີ້ພາຍຫຼັງມອບ-ຮັບຈະນໍາໃຊ້ເຂົ້າໃນການເຄື່ອນໄຫວວິຊາສະເພາະແລ້ວຍັງຈະປະກອບສ່ວນອັນສໍາຄັນຢ່າງໃຫຍ່ຫຼວງໃນການເຮັດໜ້າທີ່ຕາມພາລະບົດບາດຂອງເຈົ້າໜ້າທີ່ພວກເຮົາ; ປັດຈຸບັນ, ລັດຖະມົນຕີ ກະຊວງ ປກສ ໄດ້ຊີ້ນໍາກົມໃຫຍ່ຕໍາຫຼວດໃຫ້ຕິດຕັ້ງເຄື່ອງດັ່ງກ່າວຕື່ມອີກ 3 ແຂວງ ຄື: ປກສ ແຂວງບໍ່ແກ້ວ, ປກສ ແຂວງຫຼວງພະບາງ ແລະ ປກສ ແຂວງສະຫວັນນະເຂດ ແລະ ຫວັງຢ່າງຍິ່ງວ່າບໍລິສັດຈະໃຫ້ການຊ່ວຍເຫຼືອໃນການຈັດຊື້ອຸປະກອນ ແລະ ຕິດຕັ້ງໃຫ້ພວກເຮົາ ອີກ.