ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກະຊວງປ້ອງກັນຄວາມສະ ຫງົບ ຄຸ້ມຄອງໃນອາທິດຜ່ານມານີ້, ເປັນປະທານໂດຍ ພັອ ຄຳສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາແຂວງ, ຄະນະຈັດຕັ້ງເມືອງ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ບໍລິການປະຊາຊົນ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນກອງປະຊຸມ ພັອ ຄຳສິນ ຜິວວັນນາ ກ່າວວ່າ: ເພື່ອເປັນເຈົ້າການໃນການກຳນົດເປົ້າໝາຍພະນັກງານທີ່ຈະບຳລຸງ, ກໍ່ສ້າງ, ບັນຈຸຈັດວາງເຂົ້າໃນຕຳ ແໜ່ງງານຕ່າງໆ ເປັນຕົ້ນແມ່ນຕຳແໜ່ງນຳພາ-ບັນຊາແຕ່ລະຂັ້ນຢູ່ບັນດາເຫຼົ່າວິຊາສະເພາະມີລັກສະນະສືບທອດຕໍ່ເນື່ອງທັງຮັບປະກັນໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມຮູ້-ຄວາມສາມາດໃນລະດັບອັນແນ່ນອນ.

ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະບັບ ເລກທີ 38/ຄພ.ປກສ ລົງວັນທີ 2 ພະ ຈິກ 2018 ວ່າດ້ວຍມາດຖານຂອງພະນັກງານນຳພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບ, ມະຕິຕົກລົງເລກທີ 39/ຄພ.ປກສ ລົງວັນທີ 2 ພະຈິກ 2018 ວ່າດ້ວຍການຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບ, ມະຕິຂອງກົມການເມືອງສູນກາງພັກວ່າ ດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ສະບັນ ເລກທີ 032/ກມສ, ລົງວັນທີ 3 ມັງກອນ 2018, ອີງຕາມຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນທົ່ວປະເທດ ສະບັບເລກທີ 292/ຄຈສພ ລົງວັນທີ 25 ເມສາ 2013, ແຈ້ງ ການແນະນຳວ່າດ້ວຍການກະກຽມພະນັກງານສືບທອດປ່ຽນແທນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ ສະບັບເລກທີ 168/ຄຈສພ ລົງວັນທີ 10 ສິງ ຫາ 2018, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 7 ສະໄໝທີ 5 ສະບັບເລກທີ 30/ຄພ ປກສ ລົງວັນທີ 27 ກັນຍາ 2018 ເພື່ອຮັບປະກັນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນຕ່າງໆໃນກຳລັງປ້ອງກັນຄວາມສະຫງົບ.