ໃນວັນທີ 19 ເມສາ 2022, ກົມກິລາ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຄົ້ນຄວ້າປຶກສາຫາລືການກະກຽມຄວາມພ້ອມໃນການເຂົ້າຮ່ວມງານມະຫາກຳ ກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃນທ້າຍ ປີ 2022 ແລະ ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບໃນເດືອນພຶດສະພາ 2022, ເຂົ້າຮ່ວມ ໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພັອ ທອງເພັດ ມະນີສະຫວັນ ຫົວໜ້າກົມກິລາ, ມີຫົວໜ້າພະແນກ, ຮອງພະແນກຫົວໜ້າກອງຮອງກອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັອ ທອງເພັດ ມະນີສະຫວັນ ໄດ້ລາຍງານການກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ໃນທ້າຍ ປີ 2022 ນີ້ ແລະ ເຂົ້າຮ່ວມງາມມະຫາກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-23 ພຶດສະພາ 2022 ນີ້, ທ່ານໄດ້ກ່າວວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະພັກກົມໃຫຍ່ການເມືອງ ປກສ ຄັ້ງວັນທີ 6 ເມສາ 2022 ເລື່ອງກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ແລະ ອີງຕາມຂໍ້ຕົກລົງສະບັບເລກທີ 1520/ປກສ, ລົງວັນທີ 4 ກັນ ຍາ 2019 ຂອງທ່ານລັດຖະມົນຕີກະຊວງ ປກສ ວ່າດ້ວຍການອະນຸມັດໃຫ້ນັກກິລາ ກະຊວງ ປກສ ເຂົ້າຮ່ວມງານມະຫາກຳກິ ລາແຫ່ງຊາດຄັ້ງທີ XI ທີ່ແຂວງ ຊຽງຂວາງ; ໃນນີ້, ໄດ້ສະເໜີນັກກິລາເຂົ້າຮ່ວມໃນຄັ້ງນີ້ ມີ 12 ປະເພດກິລາ ຄື: ບານເຕະ, ບານສົ່ງ, ກະຕໍ້, ເປຕັງ, ມວຍລາວ, ມວຍສາກົນ, ມວຍປັນຈະສີລັດມວຍປໍ້າ, ມວຍເທຄັວນໂດ, ແລ່ນລານ, ຍິງປືນ ແລະ ກີລາກ໊ອບ, ມີຄະນະຮັບຜິດຊອບ ແລະ ນັກກິລາເຂົ້າຮ່ວມ ທັງໝົດ 132 ສະຫາຍ; ສ່ວນນັກແຂ່ງຂັນກິລາໃນຄັ້ງນີ້ ແມ່ນນາຍ ແລະ ພົນຕຳຫຼວດ ທີ່ສັງກັດຢູ່ໃນກົມກິລາ ແລະ ບັນດາກົມກອງອ້ອມຂ້າງກະຊວງ ປກສ. ພ້ອມນັ້ນ, ຍັງໄດ້ກະກຽມນັກກິລາທີ່ເປັນຕົວແທນທີມຊາດ ເຂົ້າຮ່ວມໃນການແຂ່ງຂັນກິລາງານມະຫາກຳກິລາຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນ ທີ 12-23 ພຶດສະພາ 2022; ເຊິ່ງຈະສົ່ງນັກກິລາເຂົ້າຮ່ວມທັງໝົດ 13 ສະຫາຍ ມີ 6 ປະເພດ ກິລາຄື: ກິລາຄິກບອກຊິງ, ເປຕັງ, ມວຍປໍ້າ, ກະຕໍ້, ບານສົ່ງຫາດຊາຍ ແລະ ກິລາໂວວີນາມ.

ໃນໂອກາດດັ່ງກ່າວ, ທ່ານຮອງ ຫົວໜ້າກົມໃຫຍ່ການເມືອງ ປກສ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ແລະ ນັກແຂ່ງຂັນກິລາທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ໃນການຝຶກຊ້ອມ ເພື່ອເຮັດໃຫ້ນັກກິລາມີສຸຂະພາບທີ່ດີ, ແຂງແຮງ, ມີຄວາມຊຳນິຊຳນານ ສາມາດຍາດໄດ້ຫຼຽນກັບມາ ແລະ ໃຫ້ປະສົມຜົນສໍາເລັດຕາມລະດັບຄາດໝາຍ.