ພັທ ເດດ ມີໄຊ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ຜູ້ຊີ້ນໍາວຽກງານຕໍາຫຼວດຈະລາຈອນ ໄດ້ໃຫ້ຮູ້ວ່າ: ໃນໄລຍະການສະເຫຼີມສະຫຼອງປີໃໝ່ລາວ ພສ 2565, ເລີ່ມແຕ່ວັນທີ 13-17 ເມສາ 2022 ທົ່ວແຂວງບໍລິຄໍາໄຊ ມີອຸບັດຕິເຫດເກີດຂຶ້ນທັງໝົດ 26 ຄັ້ງ, ມີຜູ້ເສຍຊີວິດ 2 ຄົນ. ໃນນັ້ນ; ພາຫະນະເປ່ເພເລັກໜ້ອຍ 22 ຄັນ, ສົມຄວນ 16 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ຄົນໄດ້ຮັບບາດເຈັບ 52 ຄົນ, ບາດເຈັບເລັກໜ້ອຍ 27 ຄົນ, ສົມຄວນ 22 ຄົນ, ສາຫັດ 3 ຄົນ, ປະເມີນມູນຄ່າການເສຍຫາຍ ທັງໝົດ 820.000.000 ກີບ, ທຽບໃສ່ປີ ພສ 2564 ຜ່ານມາ ການເກີດອຸບັດຕິ ເຫດແມ່ນເພີ່ມຂຶ້ນ 9 ຄັ້ງ, ສ່ວນການເສຍຊີວິດທຽບໃສ່ປີຜ່ານມາຫຼຸດລົງ 2 ຄົນ. ສາ ເຫດທີ່ພາໃຫ້ເກີດອຸບັດຕິເຫດເກີດຈາກ ການໃຊ້ຄວາມໄວເກີນກໍານົດ 7 ຄັ້ງ, ແຊງບໍ່ຮັບປະກັນ 3 ຄັ້ງ, ບໍ່ປ່ອຍສິດ 9 ຄັ້ງ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ 9 ຄັ້ງ, ປ່ຽນທິດທາງກະທັນຫັນ 1 ຄັ້ງ, ຕໍາແລ້ວໜີ 1 ຄັ້ງ; ນອກນັ້ນ, ຍັງເກີດຈາກການສາດນໍ້າໃສ່ຜູ້ຂັບຂີ່ລົດແລ້ວເກີດອຸບັດຕິເຫດ 2 ຄັ້ງ.

ຕະຫຼອດໄລຍະດັ່ງກ່າວ, ເຈົ້າໜ້າທີ່ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ແລະ ບັນດາ ປກສ ເມືອງ ທົ່ວແຂວງບໍລິຄໍາໄຊ ໄດ້ຈັດວາງກໍາລັງຕັ້ງຈຸດກວດກາຕາມເສັ້ນທາງເລກທີ 13 ໃຕ້ ແລະ ເສັ້ນທາງສາຍອື່ນໆທີ່ມີຄວາມສ່ຽງທີ່ຈະເກີດອຸບັດຕິເຫດ, ຜ່ານການກວດກາຈັດຕັ້ງປະຕິບັດວຽກງານຕົວຈິງ , ພົບເຫັນຜູ້ລະເມີດກົດລະບຽບການສັນຈອນ ທັງໝົດ 47 ຄັນ. ໃນນັ້ນ, ບໍ່ມີໃບຂັບຂີ່ 7 ຄັນ, ເອກະສານລົດໝົດກໍານົດ 6 ຄັນ, ບໍ່ເສຍຄ່າທາງ 10 ຄັນ, ໃບກວດກາ ເຕັກນິກໝົດອາຍຸ 12 ຄັນ, ບໍ່ມີໃບປະກັນໄພ 4 ຄັນ, ບໍ່ມີໃບອະນຸຍາດດໍາເນີນ ທຸລະກິດ 2 ຄັນ. ໃນນີ້, ໄດ້ສຶກສາອົບ ຮົມກ່າວເຕືອນ 39 ຄົນ, ປັບໃໝ 7 ຄົນ, ຂຽນໃບສັ່ງກັກລົດຈັກ 1 ຄັນ.

ພັທ ເດດ ມີໄຊ ກ່າວອີກວ່າ: ສາເຫດທີ່ເຮັດໃຫ້ອຸບັດຕິເຫດເພີ່ມຂຶ້ນ ຍ້ອນຜູ້ຂັບຂີ່ຈໍານວນໜຶ່ງບໍ່ປະຕິບັດກົດລະບຽບຈະລາຈອນເຊັ່ນ: ຂັບຂີ່ລົດໄວ ເກີນກໍານົດ, ດື່ມສີ່ງມຶນເມົາແລ້ວຂັບຂີ່ລົດ; ໃນການຈັດຕັ້ງປະຕິບັດຕໍ່ຜູ້ລະເມີດໃນຄັ້ງທໍາອິດທີ່ບໍ່ມີຄວາມສ່ຽງກໍ່ໃຫ້ເກີດອຸປະຕິເຫດ ເຈົ້າໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນ, ຖ້າລະເມີດຄັ້ງທີ 2-3 ຂຶ້ນໄປທີ່ມີຄວາມສ່ຽງກໍ່ໃຫ້ເກີດອຸບັດຕິເຫດ ຫຼື ລົບກວນສັງຄົມ ເຊັ່ນ: ທໍ່ລົດສຽງດັງ, ດັດແປງສະ ພາບລົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ຫຼື ມີພຶດຕິກໍາທ້າ ທາຍຕໍ່ເຈົ້າໜ້າທີ່ ແລະອື່ນໆທີ່ສະແດງເຖິງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບ ຮ້ອຍຂອງສັງຄົມ, ເປັນການ ລະເມີດກົດລະບຽບຈະລາຈອນ ເຈົ້າໜ້າ ທີ່ໄດ້ສຶກສາອົບຮົມ ແລະ ປັບໃໝ, ກໍ ລະນີຮ້າຍແຮງໄດ້ນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.