ປັດຈຸບັນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຍັງພົບຄວາມຄວາມຫຍຸ້ງຍາກໃນການເກັບມ້ຽນຂີ້ເຫຍື້ອ ແລະ ຍັງມີຫາງສຽງຈົ່ມວ່າຈາກສັງຄົມ ໃນການຈັດຕັ້ງປະຕິບັດວຽກງານ ເພາະບໍ່ທັນໄດ້ດີເທົ່າທີ່ຄວນ, ແຕ່ຢ່າງໃດກໍຕາມໃນຕໍ່ໜ້າ ຫ້ອງການ ຄບຕ ຈະມີການປັບປຸງຮ່າງນິຕິກຳຄືນໃໝ່ ແລະ ຂອດຈັດຕັ້ງປະຕິບັດໃຫ້ດີກວ່າເກົ່າ.

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ໃຫ້ສໍາພາດ ວ່າ:

ຜ່ານມາ, ການຈັດຕັ້ງປະຕິບັດກ່ຽວກັບ ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ຍັງພົບຄວາມຫຍຸ້ງຍາກຫຼາຍ ຍ້ອນວ່າຍັງມີປະຊາຊົນຈໍານວນໜຶ່ງບໍ່ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ຍ້ອນບໍ່ຢາກຈ່າຍເງິນ, ເຮັດໃຫ້ເກີດມີການລັກເອົາຂີ້ເຫຍື້ອໄປຖີ້ມໃສ່ເນື້ອທີ່ດິນເປົ່າຫວ່າງຕ່າງໆ; ຂະນະດຽວກັນ, ບາງຄອບຄົວທີ່ເຮັດສັນຍາແລ້ວເອົາຂີ້ເຫຍື້ອອອກມາປະໄວ້ໜ້າເຮືອນ ກ່ອນມື້ລົດຈະໄປເກັບເອົາ ເຮັດໃຫ້ມີສັດ ແລະ ບຸກຄົນຈໍານວນໜຶ່ງທີ່ເລາະເກັບເອົາຕຸກເປົ່າໄປຂາຍ ຄົ້ນຮື້ຈົນເປົາຂາດ ຫຼື ເຂັ້ງລົ້ມ ເຮັດໃຫ້ຂີ້ເຫຍື້ອຕົກເຮ່ຍຊະຊາຍໄປບ່ອນອື່ນ. ນອກນີ້, ມີບາງບ່ອນເປັນທາງຮ່ອມແຄບ ເຮັດໃຫ້ລົດເກັບມ້ຽນຂີ້ເຫຍື້ອເຂົ້າເຖິງບໍ່ໄດ້ ແລະອື່ນໆ.

ຄຽງຄູ່ກັນນີ້, ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດເກັບມ້ຽນຂີ້ເຫຍື້ອຂອງ ຫ້ອງການ ຄບຕ ຍັງມີຫາງສຽງຈໍານວນໜຶ່ງເກີດຂຶ້ນໃນສັງຄົມກ່ຽວກັບ ບັນຫາລົດບໍ່ໄປເກັບເອົາຂີ້ເຫຍື້ອຢູ່ບັນດາຄອບຄົວທີ່ມີສັນຍາກັນໄວ້, ເຊິ່ງຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງ ຄບຕ ໄດ້ກວດກາຢ່າງລະອຽດ ເຫັນວ່າມີຄົນຂັບລົດ ແລະ ແອັດລົດເກັບມ້ຽນຂີ້ເຫຍື້ອຈໍານວນໜຶ່ງ ສວຍຊ່ອງວ່າງຫາຜົນປະໂຫຍດສ່ວນຕົວ ດ້ວຍການລັກເຮັດສັນຍາເກັບມ້ຽນຂີ້ເຫຍື້ອກັບປະຊາຊົນໂດຍທີ່ ຄບຕ ບໍ່ຮູ້ເລື່ອງນໍາ.

ນອກຈາກນີ້, ຍັງໄດ້ສວຍໂອກາດເກັບເງິນນໍາບາງຄອບຄົວ ທີ່ໄດ້ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ແຕ່ມີຂີ້ເຫຍື້ອເກີນກໍານົດ ເນື່ອງຈາກຕາມສັນຍາທີ່ເຮັດໄວ້ກັັບ ຄບຕ ຄອບຄົວໜຶ່ງແມ່ນ ອະນຸຍາດໃຫ້ມີຂີ້ເຫຍື້ອ 1 ເຂັ້ງ ຫຼື 1 ເປົາຕໍ່ອາທິດ (ອາທິດໜຶ່ງມີລົດໄປເກັບເອົາຂີ້ເຫຍື້ອ 1 ຄັ້ງ), ລວມ 1 ເດືອນ ລົດຕ້ອງໄປເກັບມ້ຽນຂີ້ເຫຍື້ອ ທັງໝົດ 4 ຄັ້ງ ໃນລາຄາ 40.000 ກີບ/ເດືອນ, ແຕ່ບາງຄອບຄົວມີຂີ້ເຫຍື້ອເກີນກໍານົດ ເຮັດໃຫ້ຄົນຂັບລົດ ແລະ ແອັດລົດສວຍໂອກາດຂໍເງິນເພີ່ມແຕ່ເອົາເຂົ້າຖົງຕົວເອງ, ຖ້າຄອບຄົວໃດຈ່າຍກໍເກັບມ້ຽນຂີ້ເຫຍື້ອໄປ ແຕ່ຄອບຄົວໃດບໍ່ຈ່າຍກໍປະຖີ້ມຂີ້ເຫຍື້ອທີ່ເກີນກໍານົດນັ້ນໄວ້ແລ້ວໜີໄປ ເຮັດໃຫ້ຂີ້ເຫຍື້ອທີ່ປະໄວ້ເຮ່ຍຊະຊາຍ ເມື່ອຄົນມາເຫັນຈຶ່ງຕີລາຄາວ່າລົດບໍ່ໄປເກັບມ້ຽນຂີ້ເຫຍື້ອ ແລ້ວເກີດມີຫາງສຽງຂຶ້ນ.

ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ທາງ ຄບຕ ໄດ້ຮຽກຄົນຂັບລົດ ແລະ ແອັດລົດທີ່ກະທໍາຜິດ ມາສຶກສາອົບຮົມກ່າວເຕືອນແລ້ວ, ຖ້າມີການກະທໍາຜິດອີກ ຈະຖືກໄລ່ອອກທັນທີ. ນອກຈາກນີ້, ຄບຕ ກໍາລັງປັບປຸງນິຕິກໍາກ່ຽວກັບ ການເກັບມ້ຽນຂີ້ເຫຍື້ອຄືນໃໝ່ໃຫ້ເຂັ້ມງວດ ເພື່ອໃຫ້ແຕ່ລະຄອບຄົວໄດ້ຈ່າຍຄ່າຂີ້ເຫຍື້ອຕາມຕົວຈິງທີ່ມີໃນຄອບຄົວ ແລະ ຮັບປະກັນບໍ່ໃຫ້ມີການສວຍໃຊ້ຊ່ອງວ່າງຫາຜົນປະໂຫຍດສ່ວນຕົວເກີດຂຶ້ນ ແລະ ຮັບປະກັນບໍ່ໃຫ້ມີລາຍຮັບຕົກເຮ່ຍເສຍຫາຍເກີດຂຶ້ນ ເພາະນີ້ຖືເປັນມາດຕະການໜຶ່ງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງລັດຖະບານ, ເຊິ່ງຄາດວ່າ ການປັບປຸງຈະສໍາເລັດໃນອີກບໍ່ດົນນີ້ ເພື່ອໃຫ້ກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາໃນຕໍ່ໜ້າ.

ດັ່ງນັ້ນ, ຫົວໜ້າຫ້ອງການ ຄບຕ ໄດ້ຮຽກຮ້ອງໃຫ້ທຸກຄອບຄົວ ຈົ່ງເຮັດສັນຍາເກັບມ້ຽນຂີ້ເຫຍື້ອນໍາ ຄບຕ ເພື່ອບໍ່ໃຫ້ມີການຖີ້ມຂີ້ເຫຍື້ອຊະຊາຍເກີດຂຶ້ນ, ທັງເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດ ສ.ສະອາດ ຂອງ ນະຄອນຫຼວງວຽງຈັນ ຕື່ມອີກ.