ວັນທີ 22 ເມສາ 2022, ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າ ກົມໃຫຍ່ການເມືອງ ກະຊວງ ປກສ ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການກໍ່ສ້າງຮ້ານຄ້າສະດວກຊື້ ແລະ ຮ້ານອາຫານຢູ່ໂຮງຮຽນວັດທະນະທຳ ຫຼັກ 67 ພ້ອມຄະນະ ໄດ້ລົງກວດກາຄວາມຄືບໜ້າຂອງໂຄງການທີ່ເລີ່ມລົງມືໃນການກໍ່ສ້າງກາງເດືອນມິຖຸນາ 2021 ມາເຖິງປັດຈຸບັນ ໂດຍເຫັນວ່າມີຄວາມຄືບໜ້າແລ້ວ 95% ໂດຍແມ່ນ ແລະ ບໍລິສັດ ປ໋ອບ ກໍ່ສ້າງຂົວ-ທາງຄົບ ວົງຈອນຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ.

ຮ້ານຄ້າ ແລະ ຮ້ານອາຫານດັ່ງກ່າວ ມີຂະໜາດ 16X19 ແມັດ, ກໍ່ດ້ວຍດິນຈີ່ ແລະ ມຸງດ້ວຍສັງກະສີອາລູຊິ້ງ ພ້ອມຕິດແຜ່ນກັນຄວາມຮ້ອນ, ທາສີ, ຕິດກ້ອງວົງຈອນ ແລະ ໄດ້ນຳເຄື່ອງເຂົ້າຈຳນວນໜຶ່ງ ເປັນຕົ້ນແມ່ນຕູ້ແຊ່, ຊັ້ນວາງສິນຄ້າ, ເຄື່ອງສະແກນບາໂຄດ, ເຊິ່ງມາເຖິງປັດຈຸບັນຖືວ່າສຳເລັດ 95% ແລະ ຄາດກະຈະເປີດໃຫ້ບໍລິການໃນໄວໆນີ້.

ທ່ານ ແສງທອງ ສີລາວົງ ວິຊາການບໍລິສັດ ປ໋ອບ ກໍ່ສ້າງຂົວ-ທາງຄົບວົງຈອນ ຈຳກັດຜູ້ດຽວໄດ້ລາຍງານຄວາມຄືບໜ້າຂອງໂຄງການໃຫ້ຮູ້ວ່າໂຄງການແມ່ນສຳເລັດ 95% ຍັງເຫຼືອແຕ່ການເກັບລາຍລະອຽດຄືນໃໝ່ທີ່ຍັງຄົງຄ້າງ ເຊັ່ນ: ການເກັບລາຍລະອຽດຂອງສີ, ປັບປຸງພື້ນ, ການອະນາໄມທຳຄວາມ ສະອາດ ເພື່ອເລັ່ງແກ້ໄຂໃຫ້ສຳເລັດ ໂດຍໄວ ແລະ ກະກຽມເປີດຮ້ານໃນໄວໆນີ້.

ໃນໂອກາດນີ້, ພົຈວ ຄຳສາຍ ຈັນທະວົງ ກໍໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບໂຄງການ ແລະ ບໍລິສັດ ຈົ່ງພ້ອມກັນສຸມໃສ່ເກັບລາຍລະອຽດບາງສ່ວນທີ່ເຫັນວ່າ ຍັງຄ້າງຄາໃຫ້ສຳເລັດໂດຍໄວ ພ້ອມທັງຮັບປະກັນຄຸນນະພາບຂອງການກໍ່ສ້າງ ໂດຍໃຫ້ເລັ່ງມືໃນການແກ້ໄຂໃຫ້ທັນກ່ອນມື້ຈະເປີດ, ເຊິ່ງຄາດກະວ່າປະມານທ້າຍເດືອນພຶດສະພາປີນີ້ ເພື່ອເປັນການຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ນີ້.

ໂອກາດດຽວກັນ, ທ່ານຮອງ ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ ກໍໄດ້ໄປຢ້ຽມຊົມຄວາມຄືບໜ້າໃນການປັບປຸງພື້ນທີ່, ຂຸດຮື້-ຈົກພື້ນເນື້ອທີ່ທີ່ຈະປູກຕົ້ນໄມ້ ໃນວັນທີ 1 ມິຖຸນາ ( ວັນປູກຕົ້ນໄມ້ແຫ່ງຊາດ ) ພ້ອມທັງກະກຽມເຮັດຄອກໄກ່ຫຼັງໃໝ່ຕື່ມອີກ, ອີງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ ເຫັນວ່າການຕອບສະໜອງໄຂ່ໄກ່ ຍັງບໍ່ທັນພຽງພໍ. ດັ່ງນັ້ນ, ກົມໃຫຍ່ການເມືອງ ປກສ ຈຶ່ງໄດ້ມີແຜນທີ່ຈະ ຂະ ຫຍາຍຄອກໄກ່ເພີ່ມ ແນໃສ່ປະຕິບັດຕາມທິດສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ເພິ່ງຕົນເອງກຸ້ມຕົນເອງທາງດ້ານເສດຖະກິດ; ໂດຍແມ່ນບໍລິສັດ ປ໋ອບ ກໍ່ສ້າງຂົວ-ທາງ ຄົບວົງຈອນ ຈຳກັດຜູ້ດຽວເປັນຜູ້ຮັບເໝົາ.