ນາງ ແສງມະນີຈັນ ຫຼື ເໝີຍ ອາຍຸ 30 ປີ ຢູ່ບ້ານຖິ່ນຕົມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຊ້ເຮືອນເປັນບ່ອນຈໍາໜ່າຍຄ້າຂາຍຢາບ້າ ໃຫ້ໄວລຸ້ນມົ້ວສຸມເສບຢາບ້າຢູ່ພາຍໃນບ້ານ ຖືກເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ຈັບພ້ອມພັກພວກຮ່ວມຂະບວນການອີກ 1 ຄົນ ລວມຂອງກາງຢາບ້າ 5 ພັນກວ່າເມັດ.

ພັທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ:

ເພື່ອປະຕິບັດຕາມວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຢາເສບຕິດ, ປກສ ເມືອງຫາດຊາຍຟອງ ຈຶ່ງລະດົມໃຫ້ພໍ່-ແມ່ປະຊາຊົນມີສ່ວນຮ່ວມໃນການແກ້ໄຂຢາເສບຕິດ; ຈາກນັ້ນ, ໃນຕົ້ນເດືອນເມສາ 2022 ໄດ້ມີພົນລະເມືອງດີແຈ້ງຫາ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດບ້ານຖິ່ນຕົມ ເມືອງຫາດຊາຍຟອງ ຈຶ່ງແຕ່ຕັ້ງກຳລັງວິຊາສະເພາະລົງເກັບກຳຂໍ້ມູນເພື່ອພິສູດແຫຼງຂ່າວ.

ຜ່ານການລົງເກັບກຳຂໍ້ມູນ ເຫັນວ່າແມ່ນມີມູນຄວາມຈິງແທ້ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງແກ້ໄຂໃນວັນທີ 18 ເມສາ 2022 ສາມາດຈັບເປົ້າໝາຍໄດ້ 2 ຄົນ ຊື່ ນາງ ແສງມະນີຈັນ ຫຼື ເໝີຍ ອາຍຸ 30 ປີ ມີຂອງກາງຢາບ້າຈໍານວນ 479 ເມັດ ແລະ ທ້າວ ນົນທະໄຊ ຫຼື ຕົ້ນ ອາຍຸ 20 ປີ ຢູ່ບ້ານດຽວກັນ ມີຂອງກາງຢາບ້າ 12 ເມັດ.

ພາຍຫຼັງເຈົ້າໜ້າທີ່ຈັບຕົວໄດ້ ນາງ ເໝີຍ ຈຶ່ງຮັບສາລະພາບວ່າ ຢາບ້າທີ່ນໍາມາຂາຍແມ່ນຊື້ນຳ ທ້າວ ພຽດ ອາຍຸ 35 ປີ ຢູ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ; ຈາກນັ້ນ, ຮອດເວລາ 19:30 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ຈຶ່ງນໍາກຳລັງເຂົ້າຈັບກຸມ ທ້າວ ພຽດ ຢູ່ເຮືອນ ແລະ ກວດຄົ້ນພົບຂອງກາງຢາບ້າ 4.865 ເມັດ.