ພັທ ຄໍາສຸກ ປະເສີດຄໍາຫຼ້າ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ສະຫຼຸບລາຍງານໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນ ນັບແຕ່ ເດືອນມັງກອນ ຫາ ເມສາ 2022, ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງສະຫວັນນະເຂດ ໄດ້ເຄື່ອນໄຫວວຽກງານໂຄສະນາຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ມະຕິ, ຄຳສັ່ງ, ແຜນການວາລະແຫ່ງຊາດ, ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ, ກົດໝາຍວ່າດ້ວຍຢາເສຍຕິດ ໃນສຳນັກງານອົງການລັດ, ສະຖານການສຶກສາ, ໂຮງຮຽນ, ໂຮງຈັກໂຮງງານ, ສະຖານທີ່ຊຸມຊົນ ແລະອື່ນໆ.

ເຊິ່ງມີຄົນເຂົ້າຮ່ວມຮັບຟັງ ທັງໜົດ 4.385 ຄົນ ຍິງ 974 ຄົນ, ໂຄສະນາຜ່ານໂທລະພາບສື່ສັງຄົມອອນລາຍຕ່າງໆ 45 ຄັ້ງ ແລະ ໄດ້ສຳເລັດການກຳນົດຈຸດຕິດຕັ້ງປ້າຍໂຄສະນາຕ້ານຢາເສບຕິດ ຕາມຈຸດຕ່າງໆໃນທົ່ວແຂວງ; ໃນນີ້, ກຳນົດຕິດປ້າຍ LED 2 ຈຸດ, ປ້າຍຜ່າວາຍນິວ ຂະໜາດ 4X8 ແມັດ 4 ຈຸດ ແລະ ຂະໜາດ 4X6 ແມັດ 15 ຈຸດ ລວມທັງໝົດມີ 19 ຈຸດ ໃນທົ່ວແຂວງ, ຂຶ້ນບັນຊີເປົ້າໜາຍຄ້າຂາຍ-ພົວພັນຢາເສບຕິດໄດ້ທັງໝົດ 2.292 ຄົນ ຍິງ 183 ຄົນ; ໃນນີ້, ລາຍໃຫ່ຍ 266 ຄົນ ຍິງ 44 ຄົນ, ລາຍກາງ 346 ຄົນ ຍິງ 44 ຄົນ, ລາຍຍອຍ 1.680 ຄົນ ຍິງ 95 ຄົນ, ເປົ້າໝາຍເສບ 17.278 ຄົນ ຍິງ 116 ຄົນ.

ນອກນີ້, ຍັງໄດ້ຂຶ້ນບັນຊີພື້ນທີ່ຫຼ່ໍແຫຼມ 303 ແຫ່ງ, ສະຖານທີ່ມົ້ວສຸມ 24 ແຫ່ງ ແລະ ສາມາດມ້າງເປົ້າໝາຍຄ້າຂາຍຢາເສບຕິດໄດ້ທັງໜົດ 64 ລາຍ, ກັກຕົວຜູ້ຖືກຫາໄດ້ 99 ຄົນ ຍິງ 3 ຄົນ, ຢຶດຂອງກາງຄະດີຢາເສບຕິດໄດ້ 502.962 ເມັດ, ຢາໄອສ໌ 16 ຖົງນ້ອຍ, ຢາອີ 90 ເມັດ, ຄັນຊາແຫ້ງ 400 ແທ່ງ, ໂທລະສັບ 46 ໜ່ວຍ, ລົດໃຫຍ່ 4 ຄັນ, ລົດຈັກ 19 ຄັນ, ເງິນກີບ 67.768.000 ກີບ, ເງິນບາດ 314.600 ບາດ, ວັດຖຸຄ້າຍຄືຄຳ 4 ເສັ້ນ, ຕ້າງຫູ 1 ຄູ່, ສາຍຄໍເລດ 1 ເສັ້ນ, ສາຍແຂນເລດ 1 ເສັ້ນ, ປືນແກັບ 4 ກະບອກ, ໝາກຜາ 1 ໜ່ວຍ, ສະນັບມື 1 ອັນ ແລະ ລໍ້ຍູ້ເຫຼັກ 1 ຄັນ.

ພ້ອມນີ້, ທ່ານປະທານກອງປະຊຸມ ຍັງໄດ້ມີຄໍາເຫັນເຈາະຈີ້ມ ແລະ ແລກປ່ຽນປະກອບຄຳຄິດຄຳເຫັນຢ່າງກົງໄປ-ກົງມາ ແລະ ເລິກເຊິ່ງຕໍ່ກັບແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດຕັ້ງວຽກງານດັ່ງກ່າວ ໄດ້ຮັບຜົນດີຂຶ້ນເປັນກ້າວໆ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້.