ຫ້ອງສະຫະພັນແມ່ຍິງກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ ໃຫ້ນາຍ ແລະ ພົນຕຳຫຼວດພາຍໃນຫ້ອງ, ໃນອາທິດຜ່ານມາ, ເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ພັອ ນ ຄຳຢາດ ວິໄລວັນ ຫົວໜ້າຫ້ອງສະຫະພັນແມ່ຍິງ, ມີຄະນະຫ້ອງ, ຫົວໜ້າພະແນກ-ຮອງພະແນກ ພ້ອມທັງນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັອ ນ ຄຳຢາດ ວິໄລວັນ ຫົວໜ້າຫ້ອງສະຫະພັນແມ່ຍິງໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 61 ປີ ຜ່ານມາ ແລະ ຜົນງານການເຄື່ອນໄຫວຂອງກຳລັງປ້ອງກັນຄວາມສະຫງົບ ທີ່ຍາດມາໄດ້ ເປັນຕົ້ນແມ່ນທາດແທ້ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ ແລະ ການເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກຳລັງປ້ອງກັນຄວາມສTຫງົບ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ກໍ່ຕັ້ງ, ນຳພາເດັດຂາດ, ໂດຍກົງຮອບດ້ານເປັນກຳ ລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນລາວ ບັນດາເຜົ່າ, ເວລາໃດກໍມີມູນເຊື້ອການຕໍ່ສູ້ຢ່າງອົງອາດກ້າຫານ, ມີນ້ຳໃຈເສຍສະລະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ.

ການເຜີຍແຜ່ມູນເຊື້ອໃນຄັ້ງນີ້, ກໍເພື່ອໃຫ້ນາຍ ແລະ ພົນຕຳຫຼວດໄດ້ຮັບຮູ້ ເຊື່ອມຊຶມເຖິງມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ, ພ້ອມທັງກຳແໜ້ນທາດແທ້ຂອງກຳລັງ ປກສ ແລະ ທັງເປັນການສຶກສາອົບຮົມໃຫ້ພະນັກງານ-ນາຍ ແລະ ພົນຕຳຫຼວດພາຍໃນໃຫ້ມີຄວາມ ສະຫງົບອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມສາມັກຄີໜັກແໜ້ນ, ຍົກສູງຄວາມຮັບຜິດຊອບເຮັດສຳເລັດທຸກໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ ທັງເຮັດໃຫ້ຫ້ອງສະຫະພັນແມ່ຍິງມີຄວາມໜັກແໜ້ນເຂັ້ມແຂງ.