ບັນດາຄະນະຮັບຜິດຊອບກຸ່ມທ້ອນເງິນຊ່ວຍເຫຼືອເຊິ່ງກັນແລະກັນຂອງສະຫະພັນແມ່ຍິງກະຊວງ ປກສ; ກອງທຶນປະສົມຊາວໜຸ່ມ-ແມ່ຍິງກອງບັນຊາ ການປ້ອງກັນສູນກາງ ແລະ ກົມສື່ສານ ໄດ້ມີການຖອດຖອນບົດຮຽນກ່ຽວກັບການດຳເນີນວຽກງານທ້ອນເງິນຊ່ວຍເຫຼືອເຊິ່ງກັນແລະກັນ, ໃນວັນທີ 28 ເມສາ 2022 ເປັນປະທານໂດຍ ພັອ ນາງ ຄຳຢາດ ວິໄລວັນ ປະທານສະຫະພັນແມ່ຍິງກະຊວງ ປກສ ທັງເປັນຜູ້ຊີ້ນຳວຽກງານກຸ່ມທ້ອນເງິນຊ່ວຍ ເຫຼືອເຊິ່ງກັນແລະກັນຂອງສະຫະພັນແມ່ຍິງກະຊວງ ປກສ.

ໃນກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບ ແຕ່ລະໜ່ວຍກຸ່ມທ້ອນເງິນສະຫະພັນແມ່ຍິງກະຊວງ ໄດ້ມີການຜັດປ່ຽນກັນລາຍງານສະພາບການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານທ້ອນເງິນ ໂດຍຍົກໃຫ້ເຫັນເຖິງດ້ານດີ, ຜົນໄດ້ຮັບ, ດ້ານຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນຳມາປັບປຸງແກ້ໄຂໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາຍິ່ງຂຶ້ນ.

ກຸ່ມທ້ອນເງິນຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສະຫະພັນແມ່ຍິງກະຊວງ ປກສ ສ້າງຕັ້ງຂຶ້ນວັນທີ 23 ກັນຍາ 2003 ເພື່ອລະດົມນ້ຳໃຈປະຢັດມັດທະຢັດຂອງພະນັກງານ-ນັກຮົບ ແລະ ສະມາຊິກແມ່ຍິງ, ສົ່ງເສີມໃຫ້ສະມາຊິກກຸ່ມທ້ອນເງິນມີການຝາກເງິນໂດຍສະໝັກໃຈ ໄດ້ຮັບຜົນປະໂຫຍດຮ່ວມກັນ, ສະມາຊິກສາມາດກູ້ຢືມເງິນໄປເປັນຕົ້ນທຶນໃນການສ້າງເສດຖະກິດ ຫຼື ປະກອບອາຊີບເພື່ອຫາລາຍໄດ້ໃຫ້ແກ່ຄອບຄົວ; ປັດຈຸບັນກຸ່ມທ້ອນເງິນໄດ້ດຳເນີນມາເປັນເວລາ 18 ປີ ປະກອບມີ 12 ໜ່ວຍກຸ່ມທ້ອນເງິນ, ມີສະມາຊິກກຸ່ມທ້ອນເງິນ 4.211 ທ່ານ ຍິງ 1.879 ທ່ານ, ທຽບ ໃສ່ປີຜ່ານມາຫຼຸດລົງ 50 ທ່ານ ເທົ່າກັບ 1,17% ເຊິ່ງເງິນທຶນທັງໝົດໄດ້ມາຈາກ ການຝາກປະຢັດຂອງສະມາຊິກ ໂດຍຖືເອົາເງິນເດືອນເປັນຫຼັກໃນການຝາກເງິນ ແຕ່ລະເດືອນຝາກຕ່ຳສຸດແມ່ນ 50.000 ກີບຕໍ່ຄົນຕໍ່ເດືອນ, ການປ່ອຍກູ້ສູງສຸດ ບໍ່ເກີນ 100.000.000 ກີບ ຕໍ່ຄົນຕໍ່ປີ ດອກເບ້ຍໃນການປ່ອຍກູ້ແມ່ນ 2% ຕໍ່ ເດືອນ.