3 ເດືອນຕົ້ນປີ 2022, ແຂວງອຸດົມໄຊ ມີຍານພາຫະນະມາແຈ້ງຂຶ້ນບັນຊີ ສະຖິຕິທັງໝົດ 520 ຄັນ; ໃນນີ້, ກົນຈັກໜັກທີ່ນຳເຂົ້າບໍ່ຖືກຕ້ອງ ຈຳນວນ 85 ຄັນ ຈາກພາຫະນະທີ່ເຂົ້າມາແຈ້ງ, ສາມາດແກ້ໄຂໄດ້ 519 ຄັນ.

ທ່ານ ປອ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງອຸດົມໄຊ ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດແຜນງົບປະມານ 3 ເດືອນຕົ້ນປີ ແລະ ທິດ ທາງແຜນການຈັດຕັ້ງປະຕິບັດ 9 ເດືອນ ທ້າຍປີ 2022 ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໃນວັນທີ 27 ເມສາ 2022 ນີ້ ວ່າ: ດ້ານການຈັດຕັ້ງງົບປະມານສາມາດຈັດເກັບລາຍຮັບໄດ້ທັງໝົດ 36,42 ຕື້ກີບ ເທົ່າກັບ 25,36% ຂອງແຜນການປີ, ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານກົງຈັກ ແລະ ວຽກງານ ຈັດເກັບລາຍຮັບແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງຂະແໜງການເງິນອັນທີ່ພົ້ນເດັ່ນ, ການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງ. ມາຮອດປັດຈຸບັນ, ມີຍານພາຫະນະມາແຈ້ງຂຶ້ນບັນຊີສະຖິຕິທັງໝົດ 520 ຄັນ; ສະເພາະກົນຈັກໜັກທີ່ນຳເຂົ້າບໍ່ຖືກຕ້ອງຈຳນວນ 85 ຄັນ; ປັດຈຸບັນ, ໄດ້ແກ້ໄຂແລ້ວ 519 ຄັນ ຍັງເຫຼືອ 1 ຄັນ.

ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກ ວ່າດ້ວຍການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບ, ການຈັດຕັ້ງປະຕິບັດການ ປະຢັດ ແລະ ຕ້ານການຟູມເຟືອຍ ພ້ອມທັງໄດ້ຍົກໃຫ້ຮູ້ເຖິງດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງ ແຜນການຈຸດສຸມໃນໄລຍະ 9 ເດືອນ ທີ່ຂະແໜງການເງິນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ.