ກົມໃຫຍ່ການເມືອງ ປກສ ໄດ້ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ຫຼັກການກ່ຽວກັບວຽກງານພັກ, ວຽກງານການເມືອງ ໃຫ້ຄະນະພັກ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ກົມໃຫຍ່ການເມືອງ ທີ່ເຮັດວຽກງານພັກ-ວຽກງານການເມືອງ ໂດຍການເປີດຝຶກອົບຮົມວຽກງານດັ່ງກ່າວ ໄລຍະສັ້ນ ຄັ້ງທີ I ໃນວັນທີ 4 ພຶດສະພາ 2022, ເປັນປະທານໂດຍ ສະຫາຍ ພົຈວ ຄຳສາຍ ຈັນທະວົງ ຄະນະປະຈຳພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ບັນດາທ່ານທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ມີສະຫາຍເລຂາ-ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ຫົວໜ້າພະແນກທີ່ເຮັດວຽກງານພັກ, ວຽກງານການເມືອງ ຢູ່ບັນດາກົມກອງອ້ອມຂ້າງ ກົມໃຫຍ່ການເມືອງ.

ພັຕ ສິນໄຊ ພິລາສຸກ ຫົວໜ້າພະແນກຈັດຕັ້ງນະໂຍບາຍ ຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານແຜນການໃຫ້ຮູ້ວ່າ:

ການຝຶກອົບຮົມຈະດຳເນີນຮອດວັນທີ 6 ພຶດສະພາ 2022 ໂດຍມີຈຸດປະສົງເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ຫຼັກການກ່ຽວກັບວຽກພັກ, ວຽກງານການເມືອງ ໃຫ້ແກ່ນາຍຕຳຫຼວດທີ່ເຮັດວຽກງານງານພັກໄດ້ຮັບຮູ້, ເຂົ້າໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການ ໃນການຈັດຕັ້ງປະຕິບັດຕົວຈິງແນໃສ່ເຮັດໃຫ້ວຽກງານພັກ, ວຽກງານການເມືອງ ຮັບປະກັນຄຸນນະພາບ, ວ່ອງໄວ ແລະ ເຮັດໃຫ້ພະນັກງານທີ່ເຮັດວຽກງານພັກກຳໄດ້ບັນດາຫຼັກການ, ທິດນຳ ແລະ ແນວທາງຂອງພັກ, ສາມາດເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະບັນຊາ ໃຫ້ໄດ້ຮັບຜົນດີ.

ເອກະສານທີ່ນຳໃຊ້ຝຶກອົບຮົມ ປະກອບມີ: ເອກະສານອົງການການເມືອງ ແລະ ຜູ້ຮັບຜິດຊອບການເມືອງ ໃນກຳລັງປ້ອງກັນຄວາມສະຫງົບ, ຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ການຈັດຕັ້ງ ແລະ ນຳພາຂອງພັກ ຕໍ່ກຳລັງປ້ອງກັນຄວາມສະຫງົບ, ຍົກສູງຄຸນນະພາບການນຳພາຮອບດ້ານຂອງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກ ໃນໄລຍະໃໝ່, ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ, ເພີ່ມທະວີວຽກງານປ້ອງກັນພັກ ໃນໄລຍະໃໝ່, ລະບຽບວິໄນຂອງພັກ, ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງພັກ, ການຈັດຕັ້ງ ແລະ ການເຄື່ອນໄຫວລະບອບບັນຊາຫົວໜ້າດຽວ ໃນກຳລັງ ປກສ, ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ຂໍ້ຕົກລົງວ່າດ້ວຍ ການກຳນົດຕຳແໜ່ງງານຂອງກົມກອງອ້ອມຂ້າງ ກະຊວງ-ທ້ອງຖິ່ນໃນກຳລັງ ປກສ.