ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ຊີ້ນໍາໃຫ້ຄະນະນໍາຂອງເມືອງຜາໄຊ ຜັນຂະຫຍາຍວຽກງານກໍ່ສ້າງຮາກຖານການເມືອງເປັນວຽກຍຸດ ທະສາດຂອງພັກ-ລັດ ຕິດພັນກັບການກໍ່ສ້າງພະນັກງານສຸມໃສ່ຕາມ 4 ເນື້ອໃນ 4 ຄາດໝາຍກຳແໜ້ນຂໍ້ມູນຄຸ້ມຄອງລັດ-ຄຸ້ມຄອງສັງຄົມ.

ການຊີ້ນໍາຄັ້ງນີ້, ໃນໂອກາດທີ່ ທ່ານ ບຸນຈັນ ສີວົງພັນ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຈັດຕັ້ງ ແລະ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໄລຍະ 5 ປີ ແລະ ທິດທາງແຜນການ 2021-2025 ຂອງເມືອງຜາໄຊ ໃນວັນທີ 29 ເມສາ 2022 ເປັນປະທານໂດຍ ທ່ານ ບຸນມາ ສຸຍະວົງ ເຈົ້າ ເມືອງຜາໄຊ, ເຊິ່ງທ່ານກ່າວວ່າ: ໃນ 5 ປີ ຕໍ່ໜ້ານີ້, ໃຫ້ຄະນະພັກ-ຄະນະນໍາຂອງເມືອງຜາໄຊ ເອົາໃຈໃສ່ ແລະ ຖືສໍາຄັນທີ່ສຸດໃນການຈັດຕັ້ງຜັນຂະຫຍາຍວຽກງານກໍ່ສ້າງຮາກຖານການເມືອງໃຫ້ເປັນແຜນຍຸດທະສາດທີ່ກວ້າງຂວາງທົ່ວເຖິງທຸກຂົງເຂດ ເພື່ອແນໃສ່ສຶກສາອົບຮົມການເມືອງ-ແນວຄິດ, ຄົ້ນຄວ້າເຊື່ອມຊຶມບັນດານະໂຍບາຍ, ລະບຽບ-ກົດໝາຍ, ສຸມໃສ່ຕິດຕາມກວດກາແນວຄິດຂອງພະນັກງານ, ເຕົ້າໂຮມຄວາມສາ ມັກຄີປອງດອງບັນດາເຜົ່າໜັກແໜ້ນເລິກເຊິ່ງ, ຮູ້ໝູນໃຊ້ທິດສະດີຕິດພັນກັບວຽກງານຕົວຈິງ, ບຳລຸງຍົກລະດັບຄວາມຮູ້ທາງດ້ານກົດໝາຍໃນການຄຸ້ມຄອງບໍລິຫານລັດ, ກຳວຽກງານພະນັກງານໃຫ້ແໜ້ນປະຕິບັດຫຼັກການລວມສູນປະຊາທິປະໄຕ, ປັບປຸງລະບົບແບບແຜນວິທີເຮັດວຽກຕ້ານແນວຄິດເອື່ອຍອີງ, ຟຸມເຟືອຍ ແລະ ຍົກສູງຄວາມຮັບຜິດຊອບໃນໜ້າທີ່ວຽກງານໃຫ້ມີຄຸນນະພາບສູງ.

ຄຽງຄູ່ກັນນັ້ນ, ຕ້ອງສຶກສາອົບຮົມແນວຄິດຂອງພະນັກງານຫັນລົງກໍ່ສ້າງຮາກຖານໃຫ້ຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຕໍ່ວຽກງານພະນັກງານ, ການຕິດຕາມກວດກາການລະເມີດກົດລະບຽບພັກຂອງພະນັກງານ, ສະມາຊິກພັກ, ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ການ ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານໃນໄລຍະໃໝ່, ການຄຸ້ມຄອງສະມາຊິກພັກ-ພະນັກງານ, ການຊີ້ນຳ-ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.