ໃນວັນທີ 28 ເມສາ 2022, ພະແນກຈະລາຈອນ ປກສ ແຂວງ ສົມທົບກັບໜ່ວຍງານຈະລາຈອນ ປກສ ເມືອງອາດສະພອນ ໄດ້ຈັດພິທີໂຄສະນາເຜີຍແຜ່ກົດລະບຽບຈະລາຈອນທາງບົກ ໂດຍການເປັນປະທານຂອງທ່ານ ສີສະເໝີ ແສງວິໄລ ຮອງເລຂາພັກການເມືອງມີບັນດາ ທ່ານຫົວໜ້າ-ຄະນະຫ້ອງການອ້ອມຂ້າງເມືອງ, ອຳນາດການປົກຄອງບ້ານໃກ້ຄຽງເທດສະບານເມືອງ, ຜູ້ອຳນວຍການໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ເຂົ້າຮ່ວມຮັບຟັງ.

ໃນພິທີດັ່ງກ່າວ, ທ່ານ ສີສະເໝີ ແສງວິໄລ ໄດ້ມີຄຳເຫັນ ໂດຍໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມຮັບຟັງນຳເອົາເນື້ອໃນຈິດໃຈດັ່ງກ່າວນັ້ນໄປຈັດ ຕັ້ງປະຕິບັດ, ລົງໄປເຜີຍແຜ່ຢູ່ໃນເຂດຄວາມຮັບຜິດຊອບຂອງຕົນ ແລະ ເອົາໃຈໃສ່ສຶກສາອົບຮົມແນະນຳລູກຫຼານຂອງຕົນເອງໃຫ້ຮັບຮູ້, ເຂົ້າໃຈ, ພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຕ້ານກັບປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃນດ້ານຈະລາຈອນຕາມທ້ອງຖະໜົນຫຼວງໃຫ້ຫຼຸດໜ້ອຍຖອຍລົງ; ເຊິ່ງໄດ້ເຜີຍແຜ່ເອກະສານກ່ຽວກັບກົດລະບຽບໃນການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດຈັກ ແລະ ລົດໃຫຍ່, ການຂັບຂີ່ລົດໄຖນາຍ່າງຕາມ, ການນຳໃຊ້ ແລະ ການປົກປັກຮັກສາຂອບເຂດທາງຫຼວງ, ການຮັກສາ ແລະ ປ່ອຍສັດລ້ຽງຂອງປະຊາຊົນ ເພື່ອເປັນການປູກຈິດສຳນຶກໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບຜົນຮ້າຍຂອງການເກີດອຸບັດຕິເຫດ, ເພື່ອໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດ-ໃຊ້ຖະໜົນທັງຫຼາຍໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຕໍ່ຂໍ້ກຳນົດ, ລະບຽບກົດໝາຍການຈະລາຈອນທາງບົກໃຫ້ເລິກເຊິ່ງ, ພ້ອມມີສະຕິລະວັງຕົວໃນເວລາສັນ ຈອນຕາມ ເສັ້ນທາງຢ່າງມີຄວາມຄ່ອງຕົວ, ສະດວກ ແລະ ປອດໄພ, ເພື່ອບໍ່ໃຫ້ເກີດອຸບັດຕິເຫດ, ເຊິ່ງຈະສ້າງຜົນເສຍຫາຍທາງດ້ານຊີວິດ ແລະ ຊັບ ສິນ. ສະນັ້ນ, ຜູ້ທີ່ໃຊ້ລົດ-ໃຊ້ຖະໜົນຕາມເສັ້ນທາງຕ່າງໆຕ້ອງໄດ້ຮຽນຮູ້ລະບຽບກົດໝາຍຈະລາຈອນ, ເຄົາລົບ, ປະຕິບັດໃຫ້ເຂັ້ມງວດ ຈຶ່ງຈະເຮັດໃຫ້ ການສັນຈອນຕາມທ້ອງຖະໜົນມີຄວາມປອດໄພ.

ໃນຕອນທ້າຍ, ພັທ ແສງດາວ ໄຊໂກສີ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນແຂວງ ຍັງໄດ້ສະຫຼຸບຄືນກ່ຽວກັບລະບຽບການຕ່າງໆຂອງການຈະລາຈອນ, ການໃຊ້ລົດ-ໃຊ້ຖະໜົນທີ່ຖືກຕ້ອງຕາມລະບຽບກົດໝາຍຈະລາຈອນຂອງ ສປປ ລາວ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນເປັນຢ່າງດີ.