ວັນທີ 3 ພຶດສະພາ 2022 ນີ້, ກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ລະບຽບການສັນຈອນ ແລະ ຄວາມປອດໄພໃນການນຳໃຊ້ເສັ້ນທາງຊົນນະບົດຢູ່ເມືອງໄຊເສດຖາ ແຂວງອັດຕະປື, ເປັນກຽດເຂົ້າຮ່ວມມີທ່ານ ປອ ວົງອຳໄພ ວົງຊາລະຊິດ ຮອງເຈົ້າເມືອງໄຊເສດຖາ, ມີການນໍາຂອງເມືອງ, ພ້ອມດ້ວຍພະນັກງານວິຊາການອອ້ມຂ້າງເມືອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ເສີມຄຳ ຈັນທະວົງ ຜູ້ປະສານງານວຽກງານພັດທະນາຊົນນະບົດແບບມີສ່ວນຮ່ວມຈາກປະຊາຊົນ ໄດ້ຍົກໃຫ້ເຫັນ ເຖິງລະບຽບການສັນຈອນ ແລະ ຄວາມປອດໄພ ໃນການນຳໃຊ້ເສັ້ນທາງຊົນນະບົດ ເປັນຕົ້ນ: ທາງໂຄ້ງ,ທາງແຍກຕ່າງໆ,ລວມທັງອະທິບາຍບັນດາປ້າຍຊີ້ບອກຕາມທ້ອງຖະໜົນ, ຄວາມປອດ ໄພຂອງການນໍາໃຊ້ລົດຈັກ ແລະ ລົດຕ໋ອກໆ. ກອງປະຊຸມຍັງໄດ້ຈັດກິດຈະກຳຖາມ-ຕອບ ເພື່ອຄວາມຮູ້ກ່ຽວກັບການສັນຈອນໃນທ້ອງທະ ໜົນ, ນອກນີ້ຍັງໄດ້ແຈກຢາຍແຜນພາບ ແລະ ປືມຄູ່ມືກົດລະບຽບການສັນຈອນ ແລະ ສິ່ງ ຂອງອື່ນໆໃຫ້ຜູ້ເຂົ້າຮ່ວມນໍາອີກ.

ທັງນີ້ກໍເພື່ອສ້າງຄວາມຮັບຮູ້,ເຂົ້າໃຈໃຫ້ພະນັກງານ-ລັດຖະກອນ ລວມທັງປະຊາຊົນຢູ່ພາຍໃນເມືອງໄຊເສດຖາ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການສັນຈອນຕາມເສັ້ນທາງຫຼວງ, ເສັ້ນທາງຊົນນະບົດ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງການໃຊ້ລົດ-ໃຊ້ຖະໜົນຫຼີກລ່ຽງການເກີດອຸບັດຕິເຫດ ຕ່າງໆ. ນອກນີ້, ຍັງຈະໄດ້ສືບຕໍ່ລົງເຜີຍແຜ່ໃຫ້ນ້ອງໆນັກຮຽນມັດຖະຍົມສົມບູນເສດຖາ ແລະ ຢູ່ບ້ານສະເເຄະ ບ້ານຫາດສະຕີ, ບ້ານທ່າລານ ແລະ ບ້ານພອກ ຕື່ມອີກ.