ໃນວັນທີ 6 ພຶດສະພາ 2022, ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ຄໍາລາວັນ ອິນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະຈໍາສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ໃຫ້ກໍາລັງໃຈເຈົ້າໜ້າທີ່ກໍາລັງປ້ອງກັນສູນກາງ ກະຊວງ ປກສ, ຕ້ອນຮັບໂດຍ ພັອ ຄໍາເຜີຍ ຄໍາດີ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍຄະນະ.

ການລົງຢ້ຽມຢາມ ແລະ ຊຸກຍູ້ໃນຄັ້ງນີ້, ກໍເພື່ອເປັນການໃຫ້ກໍາລັງໃຈເຈົ້າໜ້າທີ່ກໍາລັງປ້ອງກັນສູນກາງໃນການເຮັດໜ້າທີ່ປ້ອງການເວນຍາມສໍານັກງານ-ອົງການ, ການນໍາພັກ-ລັດ, ວຽກງານປ້ອງກັນຜູ້ນໍາ, ວຽກງານຄຸມແຮ່ ແລະ ວຽກງານສໍາຄັນອື່ນໆໃຫ້ມີຄວາມສະຫງົບ-ປອດໄພ ແລະ ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ. ຄຽງຄູ່ດຽວກັນນີ້, ທ່ານຮອງຫົວໜ້າກອງບັນຊາການປ້ອງກັນສູນກາງຍັງໄດ້ລາຍງານຜົນການເຄື່ອນໄຫວວຽກງານທີ່ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານໃນໄລຍະຜ່ານມາໃຫ້ທ່ານຮອງລັດຖະມົນຕີຮັບຊາບ ເປັນຕົ້ນແມ່ນການນໍາພາພະນັກງານ-ນັກຮົບຈັດຕັ້ງປະຕິບັດວຽກງານປ້ອງກັນເວນຍາມ ແລະ ປ້ອງກັນການນໍາພັກ-ລັດດ້ວຍຄວາມຮັບຜິດຊອບ ແລະ ຮັບປະກັນໄດ້ຄວາມປອດໄພ 100%.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ພ້ອມດ້ວຍຄະນະພັກ-ຄະນະນໍາກອງບັນຊາການປ້ອງກັນສູນກາງ ແລະ ບໍລິສັດທີ່ເຂົ້າຮ່ວມໃນຄັ້ງນີ້ ຍັງໄດ້ສ້າງຂະ ບວນການກິລາເປຕັງຍິງ-ຊາຍ, ເຊິ່ງເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຮັດແໜ້ນຄວາມສາມັກຄີ. ນອກນັ້ນ, ບັນດາບໍລິສັດຍັງໄດ້ອຸປະ ຖຳຊຸກຍູ້ຊ່ວຍເຫຼືອມອບເງິນໃຫ້ເຈົ້າໜ້າທີ່ກໍາລັງປ້ອງກັນສູນກາງ ກະຊວງ ປກສ ໂດຍປະກອບມີ: ບໍລິສັດ ຈະເລີນເຊກອງ ພະລັງງານຈໍາກັດ ມອບເງິນ ຈໍານວນ 20.000.000 ກີບ, ບໍລິສັດ ເຄເອັນພີ ຈໍາກັດຜູ້ດຽວ ຈໍານວນ 16.500.000 ກີບ, ບໍລິສັດລາວ-ຈີນ ພັດທະນາແຮ່ທາດຫາຍາກ ພາກເໜືອ 2 ຈໍາກັດ ຈໍານວນ 10.000.000 ກີບ, ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍານວນ 10.000. 000 ກີບ ແລະ ບໍລິສັດ ເຈເຄພີ ກໍ່ສ້າງຈໍາກັດມອບເງິນຈໍານວນ 2.000.000 ກີບ.