ສະຫະພັນກໍາມະບານ ກະຊວງ ປກສ ປິດຊຸດອົບຮົມກຳມະບານໄລຍະສັ້ນ ໃນວັນທີ 5 ພຶດສະພາ 2022, ເຂົ້າຮ່ວມໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບຮົມສູນກາງສະຫະພັນກຳມະບານລາວ, ມີຄະນະຮັບຜິດຊອບ, ແຂກຮັບເຊີນຈາກບັນດາອ້ອມຂ້າງກະຊວງ, ຄູ-ອາຈານ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ພັອ ພົມມາ ທອງດາວັນ ຮອງປະທານສະຫະພັນກຳມະບານກະຊວງ ປກສ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ດຳເນີນມາເປັນເວລາ 2 ວັນ, ມີຜູ້ເຂົ້າຮ່ວມທັງໝົດ 40 ສະຫາຍ ຍິງ 12 ສະຫາຍ; ໂດຍໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບວຽກ ງານກຳມະບານ, ແນະນຳກ່ຽວກັບສັນຍາແຮງງາານ ແລະ ແກ້ໄຂຂໍ້ຂັດແຍ່ງແຮງງານ, ວຽກງານຂໍ້ແຂ່ງຂັນ 5 ເປັນເຈົ້າ; ຜ່ານການຝຶກອົບຮົມ ເຮັດໃຫ້ນັກສຳມະນາກອນໄດ້ຍົກລະດັບຄວາມຮັບຮູ້-ຄວາມເຂົ້າໃຈໃນການນຳພາ, ເຄື່ອນໄຫວວຽກງານກຳມະບານ ແລະ ນໍາເອົາ ບົດຮຽນໃນຄັ້ງນີ້ ໄປພັດທະນາຢູ່ຮາກຖານຂອງຕົນ.

ພ້ອມດຽວກັນນັ້ນ, ພົຈວ ຄໍາສາຍ ຈັນທະວົງ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການຝຶກອົບຮົມ ພ້ອມທັງໃຫ້ທິດຊີ້ນໍາຕໍ່ນັກສຳມະກອນ ຈົ່ງນໍາເອົາບົດຮຽນທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນກົມກອງຂອງຕົນໃຫ້ມີປະສິດທິຜົນສູງສຸດ.