ພົຈວ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມຄະນະລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ເມືອງດາກຈຶງ ໃນອາທິດຜ່ານມາ, ໂດຍການຕ້ອນຮັບຂອງ ພັທ ຫຸມໃຈ ແກ້ວສີບຸນເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ ພ້ອມດ້ວຍຄະນະ.

smart

ໄລຍະຜ່ານມາ, ກໍຄືປັດຈຸບັນ ຄະນະພັກ-ຄະນະກອງບັນຊາການ ໄດ້ເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ຊີ້ນໍາ-ນໍາພາບັນດາວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ເຊັ່ນ: ໃນໄລຍະ 3 ເດືອນຜ່ານມາ, ທົ່ວເມືອງມີອຸ ບັດຕິເຫດເກີດຂຶ້ນ 3 ເລື່ອງ, ພາຫະນະເປ່ເພ 6 ຄັນ, ບາດເຈັບ 7 ຄົນ ຍິງ 4 ຄົນ, ມີຄະດີເກີດຂຶ້ນ 6 ເລື່ອງ, ຂຶ້ນທະບຽບສໍາມະໂນຄົວ 33 ຄອບຄົວ, ມີພົນລະເມືອງທັງ ໝົດ 215 ຄົນ ຍິງ 104 ຄົນ, ອາຍຸ 15 ປີຂຶ້ນໄປ 133 ຄົນ ຍິງ 61 ຄົນ; ປ່ຽນປຶ້ມໃໝ່ 33 ຄອບຄົວ, ມີພົນລະເມືອງ 22 ຄົນ ຍິງ 9 ຄົນ, ອອກປຶ້ມແຈ້ງຄົນມີໜ້າ ( ຮ່າງ ໃຫຍ່) 6 ຫົວ, ອອກປຶ້ມຮ່າງນ້ອຍ 22 ຫົວ, ແຈ້ງເພີ່ມ 3 ຄອບຄົວ, ມີ 3 ຄົນ ຍິງ 1 ຄົນ, ເຜີຍ ແຜ່ເຊື່ອມຊຶມວາລະແຫ່ງຊາດສະກັດກັ້ນ ແລະ ຕ້ານຢາເສບຕິດທົ່ວເມືອງຢູ່ໃນວາລະທີ 1 ໄດ້ 4 ກຸ່ມ, ຫັນພະນັກງານລົງກໍ່ສ້າງຮາກຖານການ ເມືອງ 1 ສະຫາຍ, ເປີດກອງປະຊຸມ ແລກປ່ຽນລະຫວ່າງ 3 ເມືອງ ຄື: ກອງບັນຊາການ ປກສ ເມືອງດາກຈຶງ, ກອງບັນຊາການຕໍາຫຼວດເມືອ ດຽນບ່ານ ແລະ ກອງບັນຊາການຕໍາຫຼວດເມືອງນາມຢາງແຫ່ງ ສສ ຫວຽດນາມ ພັທ ຫຸມໃຈ ແກ້ວສີ ບຸນເຮືອງ ລາຍງານ.

ໂອກາດນີ້, ພົຈວ ສົມໄຊ ພູລະຄໍາມະນີ ໄດ້ຊີ້ນໍາໃຫ້ຄະນະ ພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງດາກຈຶງ ເອົາໃຈໃສ່ສືບຕໍ່ສຶກສາອົບຮົມນໍາພາການເມືອງ -ແນວຄິດໃຫ້ພະນັກງານ-ນັກຮົບ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານ ນໍາເອົາແນວທາງ ເພື່ອເຜີຍແຜ່ໃຫ້ ພໍ່-ແມ່ປະຊາຊົນຮັບຮູ້ເຂົ້າໃຈ ໂດຍ ສະເພາະບັນຫາຢາເສບຕິດ, ສາສະໜາ, ຄ້າຂາຍເຖື່ອນ ແລະອື່ນໆ ຕິດພັນກັບວາລະແຫ່ງຊາດ, ຊຸກຍູ້ຕິດຕາມກວດກາບັນດາກຸ່ມເປົ້າໝາຍ ແລະ ສ່ອງແສງລາຍງານຕາມສາຍຕັ້ງສາຍຂວາງຢ່າງເປັນປົກກະຕິຕໍ່ເນື່ອງຢ່າງເຂັ້ມງວດ.