ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ສະເພາະເບື້ອງລາວໄດ້ແບ່ງອອກເປັນສອງສັນຍາ ເຊິ່ງມີມູນຄ່າລວມທັງໝົດ 1.152.377.622,70 ບາດ, ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ ຕາມແຜນການລວມຮອດທ້າຍເດືອນມີນາ 2022 ເທົ່າກັບ 31,95%, ປະຕິບັດໄດ້ຕົວຈິງ 40,88%, ລື່ນຄາດໝາຍ 8,92% ເຊິ່ງຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2023.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ເບື້ອງລາວ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ ວ່າ:

ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2021 ສັນຍາທີ 1 ກໍ່ສ້າງຂົວປະຕິບັດໄດ້ 32,7%, ລື່ນແຜນການ 14%; ປັດຈຸບັນກຳລັງສຸມໃສ່ການເຈາະ ແລະ ເທເບຕົງເສົາເຂັມທີ່ຍັງເຫຼືອຢູ່ເສົາຂົວກາງນ້ຳໃຫ້ສຳເລັດ ກ່ອນລະດູຝົນທີ່ຈະມາເຖິງ ນີ້ໃນຈຳນວນທັງໝົດ 8 ຕົ້ນ, ຢູ່ກາງຂອງ 3 ຕົ້ນ ແລະ ຢູ່ເທິງບົກ 5 ຕົ້ນ.

ການກໍ່ສ້າງພົບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ການລະບາດຂອງພະຍາດໂຄວິດ-19, ການປ່ຽນແປງສະພາບດິນຟ້າອາກາດ, ຝົນຕົກແຕ່ຫົວປີ ແລະ ປັດໄຈອື່ນໆທີ່ປິ່ນອ້ອມ ເຮັດໃຫ້ນໍ້າຂອງຂຶ້ນລົງຜິດປົກກະຕິ.

ສຳລັບການກໍ່ສ້າງສັນຍາທີ 2 ຄື: ການກໍ່ສ້າງອາຄານດ່ານ ແລະ ເສັ້ນທາງ ເຫັນວ່າປະຕິບັດໄດ້ 49% ລື່ນແຜນ 4% ຄາດວ່າທ້າຍເດືອນພຶດສະພາປີ 2022 ນີ້ ຈະໃຫ້ສຳເລັດປູເບຕົງເສັ້ນທາງ; ສຳລັບອາຄານດ່ານ ຈະເລັ່ງໃຫ້ໄດ້ມຸງຫຼັງຄາ ເພື່ອສ້າງສິ່ງອຳນວຍການກໍ່ສ້າງດ້ານອື່ນໆ; ເຊິ່ງຄາດວ່າທັງສອງສັນຍາ ແມ່ນຈະໃຫ້ສຳເລັດໃນທ້າຍປີ 2023.