ສູນຝຶກອົບຮົມຫ້ອງການກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມີການສາທິດ ແລະ ສອບເສັງ ພາກວິຊາມວຍສາກົນ ແລະ ມວຍວິຊາສະເພາະປ້ອງ ກັນຕົວຂອງນັກ ຮຽນ ປກສ ຊັ້ນຕົ້ນ (ທົ່ວໄປ) ຮຸ່ນທີ II ປະຈໍາປີ 2022-2023, ໃນວັນທີ 10 ພຶດສະພາ 2022 ເຂົ້າຮ່ວມຮັບຊົມໂດຍ ພົຈວ ຄຳ ສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະສູນ, ຄູ-ອາຈານ, ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ພາແກ້ວ ວິພົນຮຽນ ຫົວໜ້າສູນຝຶກອົບຮົມ ຫ້ອງການກົມໃຫຍ່ການເມືອງ ປກສ ກ່າວ ວ່າ: ນັກຮຽນວິຊາສະເພາະ ປກສ ຊັ້ນຕົ້ນ (ທົ່ວໄປ) ຮຸ່ນທີ II ປະຈໍາປີ 2022-2023 ມີຈໍານວນທັງໝົດ 186 ສະຫາຍ ຍິງ 84 ສະຫາຍ. ກຳນົດຮຽນວິຊາມວຍສາກົນ ແລະ ມວຍວິຊາສະເພາະ 20 ວັນ ປະ ກອບມີ: ຈັງຫວະພື້ນຖານມວຍວິຊາສະເພາະປ້ອງກັນຕົວ, ບົດຕີປະສົມ, ຕີແບບບັງເອີນ, ຕີແກ້ໄຂເປົ້າໝາຍ ແລະ ຕີຈັບເວລາເປົ້າໝາຍ ມີ: ຄ້ອນ, ມີດ, ປືນ, ການແກ້ໄຂກໍລະນີຂອງເຈົ້າໜ້າທີ່.

ພາຍຫຼັງຝຶກຊ້ອມຫັດແອບສໍາເລັດ ຈຶ່ງໄດ້ຈັດຕັ້ງສະແດງໃຫ້ທາງຄະນະກຳມະການໄດ້ຮັບຊົມ ແລະ ສອບເສັງຕົວຈິງ. ຜ່ານການປະເມີນຂອງຄູຝຶກ ແລະ ຄະນະຮັບຜິດຊອບເຫັນໄດ້ວ່າບັນດານ້ອງນັກຮຽນມີຄວາມເອົາໃຈໃສ່ ຝຶກແອບ ແລະ ມີໄຫວພິບ, ມີທັກສະສູງໃນການຕໍ່ສູ້, ມີຄວາມຄ່ອງແຄ່ວ ແລະ ຊຳນິຊຳນານຮັບຮູ້ ແລະ ເຂົ້າໃຈຕໍ່ບົດຮຽນທີ່ຄູ-ອາຈານ ຖ່າຍທອດໃຫ້ເປັນຢ່າງດີ: ພາຍຫຼັງສອບເສັງວິຊາມວຍສາກົນ ແລະ ມວຍວິຊາສະເພາະແລ້ວ ຈະໄດ້ສືບຕໍ່ຮ່ຳຮຽນວິຊາຕໍ່ໄປຕາມຫຼັກສູດທີ່ໄດ້ກຳນົດເພື່ອໃຫ້ສຳເລັດຕາມກຳນົດເວລາ.