ເພື່ອເປັນການປັບປຸງກໍາລັງປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນເຂັ້ມແຂງ, ເສີມຂະຫຍາຍທາດແທ້ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກ້າວຂຶ້ນເຮັດສໍາເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນອາທິດຜ່ານມາ, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດໃນກົມໃຫຍ່ພະລາທິການ ເຂົ້າຮ່ວມໂດຍ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ, ມີບັນດາສະຫາຍຄະນະພັກກົມໃຫຍ່, ຄະນະພັກຮາກຖານ, ໜ່ວຍ ພັກຮາກຖານ ຄະນະພະແນກ ພ້ອມດ້ວຍຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັອ ສົມສັກ ຄໍາມຸງຄຸນ ຮອງຫົວໜ້າ ຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ. ໃນນີ້, ເລື່ອນຊັ້ນຮ້ອຍ ຕີ ຂຶ້ນ ຮ້ອຍໂທ ຈໍານວນ 32 ສະຫາຍ ຍິງ 18 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 26 ສະຫາຍ ຍິງ 21 ສະຫາຍ.

ໃນພິທີ, ພົຈວ ໜູຈອນ ກ້ອນທອງດໍາ ຍັງໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ຮຽກຮ້ອງໃຫ້ສືບຕໍ່ຮັກສາມູນເຊື້ອ ພ້ອມກັນສູ້ຊົນບຸກບືນ ແລະ ພັດທະນາຕົນເອງໃນການຍົກສູງຄວາມຮູ້ຄວາມສາມາດ ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ຮັດແໜ້ນຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ໜັກແໜ້ນ ເພື່ອເຮັດສໍາເລັດໜ້າທີ່ການເມືອງຕາມການມອບໝາຍຂອງຂັ້ນເທິງ.