ພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດປ້ອງກັນຄວາມສະຫງົບ ໄດ້ລົງເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດໃຫ້ ພະນັກງານ ຄູ-ອາຈານ ແລະ ນັກສຶກສາ ວິທະຍາໄລເຕັກນິກ ປາກປ່າສັກ, ເຊິ່ງນໍາພາໂດຍ ທ່ານ ພັທ ສົມບັດ ລັດຈະເລີນ ຮອງຫົວໜ້າພະແນກໂຄສະນາ ພ້ອມດ້ວຍຄະນະ ແລະ ທ່ານ ກາລະຄອນ ພູມີນິດ ຮອງຜູ້ອໍານວຍການ ວິທະຍາໄລເຕັກນິກ ປາກປ່າສັກ, ມີພະນັກງານ, ຄູ-ອຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັຕ ສຸວັນເຄນ ສີບຸນເຮືອງ ຮອງຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ໄດ້ໃຫ້ຄວາມຮູ້ກ່ຽວກັບປະເພດຂອງຢາເສບຕິດ ແລະ ຜົນຮ້າຍຂອງມັນ ພ້ອມທັງນໍາສະເໜີກ່ຽວກັບບາງມາດຕາຂອງກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບຢາເສບຕິດ ແລະ ສາຍພາບວີດີໂອ-ລະຄອນສັ້ນ ໃຫ້ບັນດາຄູ-ອາຈານ-ນັກສຶກສາໄດ້ຮັບຊົມ ເພື່ອໃຫ້ຮັບຮູ້ເຖິງໄພອັນຕະລາຍທີ່ເກີດຂຶ້ນໃນສັງຄົມປັດຈຸບັນ, ເຊິ່ງສາເຫດຫຼັກແມ່ນເກີດຈາກຢາເສບຕິດ.

ການລົງໂຄສະນາຄັ້ງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້ໃຫ້ນັກສຶກສາ ເຊິ່ງເປັນໄວທີ່ກໍາລັງຄຶກຄະນອງ, ຢາກຮູ້ເຫັນ-ຢາກລອງ ຕິດພັນກັບ ການສະກັດກັ້ນ ແລະ ຕ້ານບໍ່ໃຫ້ບຸກຄົນດັ່ງກ່າວນີ້ ເຂົ້າໄປພົວພັນຢ່າງເດັດຂາດ ເນື່ອງຈາກວ່າຢາເສບຕິດເປັນສານເຄມີກະຕຸ້ນຊະນິດໜຶ່ງ ທີ່ກົດໝາຍເກືອດຫ້າມ, ຫ້າມຜະລິດ ຫຼື ຈໍາໜ່າຍຢ່າງເດັດຂາດ ແລະ ຖ້າຫາກບຸກຄົນໃດ ໄປພົວພັນ, ມົ້ວສຸມ, ຄ້າຂາຍ ກໍຈະໄດ້ຮັບໂທດຕາມລະບຽບກົດໝາຍ.

ນອກນີ້, ຢາເສບຕິດຍັງເປັນສາເຫດຕົ້ນຕໍຂອງການເກີດປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນ ການປຸ້ນຈີ້-ຊິງຊັບ, ຂ້າເຈົ້າເອົາຂອງ, ອາລະວາດຕີກັນ, ລັກຊັບ ແລະອື່ນໆ, ເຊິ່ງເຫດການດັ່ງກ່າວ ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ຮ້າຍແຮງກວ່ານັ້ນ ອາດນໍາໄປສູ່ການເສຍຊີວິດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ-ປອດໄພ ແລະ ບໍ່ເປັນລະບຽບຮຽບຮ້ອຍນໍາອີກ.