ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດກອງປະຊຸມປຶກສາຫາລືກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ ພາຍໃນແຂວງສະຫວັນນະເຂດ ເຂົ້າຮ່ວມເປັນປະທານໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງອ້ອມຂ້າງ, ຫ້ອງວ່າການແຂວງ, ພະ ແນກຍຸດຕິທຳ, ສະພາປະຊາຊົນແຂວງຂະແໜງ ປກຊ-ປກສ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກພະລັງງານ-ບໍ່ແຮ່, ພະແນກອຸດສາຫະກຳການຄ້າ, ຫ້ອງການຄຸ້ມຄອງພັດທະນາ ແລະ ບໍລິຫານນະຄອນໄກສອນ ພົມວິຫານ ເຂົ້າຮ່ວມ, ໃນວັນທີ 9 ພຶດສະພາ ຜ່ານມາ.

ພັອ ສົມໝາຍ ພົມມະຈັນ ກ່າວວ່າ: ການຈັດກອງປະຊຸມປຶກສາຫາລືໃນຄັ້ງນີ້, ມີຈຸດປະສົງ ເພື່ອປົກປັກຮັກສາຊີວິດຊັບສົມບັດຂອງລັດຂອງລວມໜູ່, ຂອງບຸກຄົນ, ແລະ ເປັນການປະກອບສ່ວນປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອເຮັດໃຫ້ທຸກຄົນໃນສັງຄົມເຂົ້າໃຈ, ຮັບຮູ້ເຖິງຄວາມສຳຄັນຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ຮູ້ຈັກເຮັດວຽກງານປ້ອງກັນສະກັດກັ້ນ ແລະ ຕ້ານ ອັກຄີໄພ ຂັ້ນພື້ນຖານ, ນິຕິກໍາວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, ເຊິ່ງໄດ້ກຳນົດລະບຽບການມາດຕະການຕ່າງໆກ່ຽວກັບການຈັດຕັ້ງການເຄື່ອນໄຫວ ການຄຸ້ມຄອງ ແລະ ການກວດກາວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອໃຫ້ປວງຊົນມີສະຕິເປັນເຈົ້າການຕໍ່ວຽກງານດັ່ງກ່າວ ເຮັດໃຫ້ກຳລັງສະກັດກັ້ນ ແລະ ຕ້ານອັກຄີໄພ ມີຄວາມໜັກແໜ້ນ ເຂັ້ມແຂງຊຳນິຊຳນານທາງດ້ານວຽກງານວິຊາສະເພາະມີແບບແຜນວິທີເຮັດວຽກທີ່ວ່ອງໄວ, ທັນ ສະໄໝ ຮັບປະກັນການສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ທັນການ, ມີປະສິດຕິຜົນສູງ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພທາງດ້ານ ອັກຄີໄພ.

ສຳລັບຫຼັກການສະກັດກັ້ນ ແລະ ຕ້ານອັກຄີໄພ ແມ່ນວຽກງານໜຶ່ງທີ່ສໍາຄັນຢ່າງຍິ່ງໃນການດໍາລົງຊີວິດປະຈໍາວັນ, ເມື່ອສັງຄົມມີການຂະຫຍາຍຕົວສູງ ຄວາມຮຽກຮ້ອງຕ້ອງການໃນການນໍາໃຊ້ໄຟຟ້າ, ທາດເຄມີ, ທາດລະເບີດ, ແກັດ, ນໍ້າມັນ ແລະ ວັດຖຸທີ່ງ່າຍຕໍ່ການໄໝ້ແມ່ນຫຼາຍຂຶ້ນຕາມລໍາດັບ. ສະ ນັ້ນ, ວຽກງານປ້ອງກັນອັກຄີໄພ ກໍຕ້ອງມີການຂະຫຍາຍຕົວໄປຄຽງຄູ່ກັບການຂະຫຍາຍຕົວທາງດ້ານພື້ນຖານເສດຖະກິດ, ວຽກງານປ້ອງກັນອັກຄີ ໄພແມ່ນວຽກງານຂອງໝົດທຸກຄົນທີ່ຈະຕ້ອງໄດ້ສຶກສາຮຽນຮູ້, ການສະກັດກັ້ນ ແລະ ຕ້ານອັກຄີໄພຕ້ອງເລີ່ມຈາກບຸກຄົນ, ຄອບຄົວ, ບ້ານ ແລະ ສໍານັກງານອົງການ.