ພິທີມອບ-ຮັບໂຄງການກໍ່ສ້າງຮ້ານຄ້າສະດວກຊື້-ຮ້ານອາຫານ ແລະ ໂຄງການອະນາໄມບຸກເບີກປ່າ, ປັບພື້ນທີ່ດິນ 25 ເຮັກຕາຢູ່ໂຮງຮຽນວັດທະນາທຳ ຫຼັກ 67 ກົມໃຫຍ່ການເມືອງ ປກສ, ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາ 2022, ເຂົ້າຮ່ວມເປັນສັກຂີພະຍານໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກ-ຄະນະບັນຊາ, ໂຮງຮຽນ, ຮອງຫ້ອງ ແລະ ຄະນະຮັບຜິດຊອບໂຄງການ, ວິຊາການ ເຂົ້າ ຮ່ວມ.

ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

ທ່ານ ນາງ ສຸກທະວີ ເກື້ອບຸນລໍ່າ ອຳນວຍການບໍລິສັດ ປ໋ອບ ກໍ່ສ້າງຂົວ-ທາງຄົບວົງຈອນ ຈຳກັດ ຜູ້ດຽວ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮ້ານຄ້າສະດວກຊື້ ແລະ ຮ້ານອາຫານຢູ່ໂຮງຮຽນວັດທະນາທຳ ຫຼັກ 67 ຂອງ ກົມໃຫຍ່ການເມືອງ ປກສ ແມ່ນໄດ້ເລີ່ມແຕ່ວັນທີ 17 ມິຖຸນາ 2021 ແລະ ສຳເລັດ 100%, ໃນວັນທີ 2 ພຶດສະພາ 2022. ໃນນີ້, ມີເນື້ອທີ່ກໍ່ສ້າງທັງໝົດ 16×19 ແມັດ, ເປັນອາຄານກໍ່ຊັ້ນດຽວ, ເພດານຫຍິບຊໍາສາບລຽບ, ມຸງສັງສີອາລູຊິງ ທີ່ຕິດກັນຄວາມຮ້ອນປະກອບມີ: ຫ້ອງຂາຍເຄື່ອງສະດວກຊື້, ສາງເກັບເຄື່ອງ, ຮ້ານອາຫານ, ຫ້ອງຄົວ, ຫ້ອງພັກແມ່ຄົວ ແລະ ຫ້ອງນໍ້າ 2 ຫ້ອງ (ຍິງ-ຊາຍ) ພ້ອມດ້ວຍຕິດຕັ້ງລະບົບໄຟຄົບຊຸດ, ພັດລົມ, ແອ, ຖານວາງເຄື່ອງ ຂາຍ, ຄອມພິວເຕີຕັ້ງໂຕະ 2 ຊຸດ ແລະ ຕູ້ແຊ່ເຢັນ 2 ເຄື່ອງ.

ສຳລັບໂຄງການອະນາໄມບຸກເບີກປ່າ, ປັບພື້ນທີ່ດິນ 25 ເຮັກຕາ ແລະ ປັບແລວທາງແມ່ນໄດ້ເລີ່ມລົງມືແຕ່ວັນທີ 27 ກຸມພາ ແລະ ສຳເລັດວັນທີ 25 ເມສາ 2022 ໂດຍທັງສອງໂຄງການແມ່ນສຳເລັດ 100%.

ໃນພິທີ, ໄດ້ເຊັນບົດບັນທຶກມອບ-ຮັບ 2 ໂຄງການດັ່ງກ່າວ, ລະຫວ່າງ ພັທ ປອ ວຽງໄຊ ທຳມະ ສິດ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງ ປກສ ແລະ ທ່ານ ນາງ ຄຳກ້ຽງ ລາດສະບຸດ ປະທານບໍລິສັດ ປ໋ອບ ກໍ່ສ້າງຂົວ-ທາງຄົບ ວົງຈອນ ຈຳກັດຜູ້ດຽວ.

ໃນໂອກາດນີ້, ພົຈວ ຄຳສາຍ ຈັນທະວົງ ກ່າວວ່າ: ມາຮອດປັດຈຸບັນ, 2 ໂຄງການດັ່ງກ່າວແມ່ນໄດ້ສຳເລັດເປັນທີ່ຮຽບຮ້ອຍ 100%, ພ້ອມທັງສະ ແດງຄວາມຂອບໃຈມາບໍລິສັດ ປ໋ອບ ກໍ່ສ້າງຂົວ-ທາງຄົບວົງຈອນ ຈຳກັດຜູ້ດຽວ ທີ່ໄດ້ສຸມຈິດໃຈເຫື່ອແຮງເຂົ້າໃນການປະຕິບັດວຽກງານໃນຄັ້ງນີ້ທີ່ປະກອບສ່ວນສຳຄັນເຂົ້າໃນວຽກງານສ້າງສາພັດທະນາໂຄງຮ່າງພື້ນຖານເສດຖະກິດ ເວົ້າລວມເວົ້າສະເພາະ ກໍຄືການສ້າງພື້ນຖານເສດຖະກິດໃຫ້ກຳລັງປ້ອງ ກັນຄວາມສະຫງົບໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄໜຂຶ້ນເທື່ອລະກ້າວ.