ກອງບັນຊາການ ປກສ ແຂວງຈຳປາສັກ ເປີດກອງປະຊຸມປຶກສາຫາລືແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃນວັນທີ 9 ພຶດສະພາ 2022, ເປັນປະທານໂດຍ ພັອ ສີວິ ໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີບັນດາຄະນະພັກ-ຄະນະບັນຊາຈາກຫ້ອງອ້ອມຂ້າງ, ຫ້ອງ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ກອງບັນຊາການ ປກສ ເມືອງ, ນະຄອນ, ໂຮງຮຽນ ປກສ ຊັ້ນສູງ ເລກ 4, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ເຂົ້າຮ່ວມ.

ພັທ ເຂັມທອງ ຟອງສະໝຸດ ຮອງຫົວໜ້າຫ້ອງການກອງບັນ ຊາການ ປກສ ແຂວງ ຜ່ານບົດລາຍງານການນຳພາຂອງຄະນະພັກ-ຄະນະກອງບັນຊາ ການ ປກສ ແຂວງ ໃນ 1 ອາທິດຜ່ານມາວ່າ: ດ້ານວຽກງານວິຊາສະເພາະ ສາມາດມ້າງຄະດີຢາເສບຕິດໄດ້ 4 ເລື່ອງ ກັກຕົວຜູ້ຖືກຫາໄດ້ 5 ຄົນ. ໃນນີ້, ມີຄະດີປຸ້ນຊັບ 1 ເລື່ອງ ກັກຕົວ ຜູ້ຖືກຫາໄດ້ 1 ຄົນ, ຄາດຕະກຳ 1 ເລື່ອງ ກັກຕົວຜູ້ຖືກຫາໄດ້ 1 ຄົນ, ລັກຊັບ 2 ເລື່ອງ ກັກຕົວຜູ້ຖືກຫາໄດ້ 3 ຄົນ, ຄະດີເສດຖະກິດເກີດຂຶ້ນ 2 ເລື່ອງ ຜົນເສຍຫາຍ 103.511.000 ກີບ ສາມາດມ້າງຄະດີຢາເສບຕິດໄດ້ 1 ເລື່ອງ ກັກຕົວຕ້ອງຫາໄດ້ 9 ຄົນ ຍິງ 3 ຄົນ, ມີຄະດີອຸບັດຕິເຫດເກີດຂຶ້ນ 9 ຄັ້ງ ຄົນໄດ້ຮັບບາດເຈັບ 35 ຄົນ ຍິງ 20 ຄົນ, ມີພາຫະນະເປ່ເພ 16 ຄັນ, ລວມມູນຄ່າເສຍຫາຍ 80.000.000 ກີບ, ມີຄະດີອັກຄີໄພເກີດຂຶ້ນ 1 ຄັ້ງ ໄໝ້ເຮືອນ 1 ຫຼັງ, ລວມມູນຄ່າເສຍຫາຍ 68.900. 000 ກີບ.

 ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນ ເພື່ອເສີມຂະຫຍາຍຈຸດດີ ແລະ ແກ້ໄຂຂໍ້ຄົງຄ້າງ ເພື່ອນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມນັ້ນ, ພັອ ສີວິໄລ ແກ້ວປະເສີດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນການປຸ້ນຈີ້, ຊິງຊັບ, ຂີ້ລັກ-ງັດເງະ, ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນຫຼວງ ໃຫ້ຄະນະພັກຄະນະບັນຊາແຕ່ລະຂັ້ນ, ສຸມໃສ່ແກ້ໄຂບັນຫາດັ່ງກ່າວ ເອົາໃຈໃສ່ໂຄສະນາເຜີຍແຜ່ຜັນຂະຫຍາຍວາລະແຫ່ງຊາດ, ຊຸກຍູ້ ປກສ ກຸ່ມ, ປກສ ບ້ານ ຕິດພັນກັບການຍ້ອງຍໍ ແລະ ນຳໄປຈັດຕັ້ງປະຕິະບັດ ເພື່ອການແກ້ໄຂບັນຫາຢາເສບຕິດພາຍໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.