ວັນທີ 11 ພຶດສະພາ 2022 ຜ່ານມານີ້, ພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ແຂວງຜົ້ງສາລີ ໂຄສະນາປູກຈິດສໍານຶກຄວາມປອດໄພທາງຫຼວງຢູ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ ນໍາໂດຍ ພັທ ຄໍາຕຸ່ນ ສຸວັນ ຮອງຫ້ອງຕໍາຫຼວດ, ຜູ້ຊີ້ນໍາວຽກງານຈະລາຈອນພ້ອມດ້ວຍທີມງານ, ເປັນກຽດເຂົ້າຮ່ວມໂດຍ : ທ່ານ ອູຄໍາ ຕຸລາພັນ ຫົວໜ້າຫ້ອງວ່າການປົກຄອງແຂວງຜົ້ງສາລີ, ມີ ພັອ ຢິນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ, ມີບັນດາທ່ານຄະນະພະແນກ, ພະນັກງານລັດຖະກອນ ຈາກພະແນກການ-ອົງ ການອ້ອມຂ້າງແຂວງເຂົ້າຮ່ວມຈໍານວນ 125 ຄົນ ຍິງ 64 ຄົນ.

ໃນພິທີ, ຮອ ສົມເພັດ ຈັນທະນິດ ຫົວໜ້າໜ່ວຍງານຈະລາຈອນ ປກສ ແຂວງ ໄດ້ຂຶ້ນບັນຍາຍບັນດາເນື້ອໃນຈຸດປະສົງໃນການລົງໂຄສະນາປູກຈິດສໍານຶກໃນຄັ້ງນີ້, ເຊິ່ງແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ພາຍໃນພະແນກການ-ອົງການອ້ອມຂ້າງຫ້ອງວ່າການປົກຄອງແຂວງຜົ້ງສາລີ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງລະບຽບການສັນຈອນ ເປັນຕົ້ນແມ່ນການຈະລາຈອນທາງບົກ, ການສັນຈອນຕາມທ້ອງຖະໜົນຫຼວງ ແລະ ຄວາມໝາຍຄວາມສໍາຄັນຂອງບັນດາປ້າຍຫ້າມຕ່າງໆ. ໃນໄລຍະຜ່ານມາແມ່ນເຫັນໄດ້ຫຼາຍບັນຫາປະກົດຂຶ້ນທີ່ໄດ້ຕິດພັນກັບການຂັບຂີ່, ການສັນຈອນຕາມທ້ອງຖະໜົນຫຼວງເຊັ່ນ: ນັກຂັບຂີ່ສ່ວນຫຼາຍບໍ່ໃສ່ ໝວກກັນກະທົບ, ບໍ່ໃສ່ສາຍຮັດນິລະໄພ, ດື່ມສິ່ງມືນເມົາແລ້ວຂັບຂີ່ຍານພາຫະນະ, ການດັດແປງສະພາບລົດ, ຂັບຂີ່ເປັນຂະບວນ ແລະ ບັນຫາອື່ນໆທີ່ເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ບໍ່ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເຊິ່ງສະແດງອອກໃນສຸມປີຜ່ານມາ, ຢູ່ແຂວງຜົ້ງສາລີ ເກີດອຸບັດຕິເຫດທັງໝົດ 75 ເລື່ອງ, ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 54 ຄົນ ຍິງ 11 ຄົນ, ເຈັບສົມຄວນ 28 ຄົນ ຍິງ 2 ຄົນ, ເຈັບສາຫັດ 13 ຄົນ ຍິງ 1 ຄົນ ແລະ ມີຜູ້ເສຍຊີວິດ 5 ຄົນ ຍິງ 1 ຄົນ.

ໂອກາດດຽວກັນ, ຍັງໄດ້ຮັບຟັງການບັນຍາຍກຽວກັບບັນດານິຕິກໍາ, ປະມວນອາຍາ ແລະ ດໍາລັດ 568/ລບ ເຊິ່ງແຕ່ລະມາດຕາໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການປັບໃໝ ພ້ອມດ້ວຍມາດຕະການອຶ່ນໆຕໍ່ຜູ້ລະເມີດລະບຽບການສັນຈອນທາງບົກ, ອະທິບາຍຍົກໃຫ້ເຫັນຄວາມຮັບຜິດຊອບ ແລະ ການລະເມີດກົດລະບຽບຈະລາຈອນ ພ້ອມທັງຍົກໃຫ້ເຫັນສາເຫດ ແລະ ຜົນກະທົບຈາກການເກີດອຸບັດຕິເຫດໃນໄລຍະຜ່ານມາ ແນໃສ່ເຮັດໃຫ້ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈ, ມີສະຕິໃນການນໍາໃຊ້ລົດ-ນໍາໃຊ້ຖະໜົນ ພ້ອມກັບປະຕິບັດລະບຽບຈະລາຈອນຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ, ມີສ່ວນຮ່ວມໃນການໂຄສະນາຊ່ວຍເຈົ້າໜ້າທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ການສັນຈອນທາງບົກມີຄວາມເປັນລະບຽບຮຽບຮ້ອຍ, ສະດວກ, ໂລ່ງລ່ຽນ, ປອດໄພ, ປົກປ້ອງຊີວິດ ແລະ ຊັບສິນຂອງບຸກຄົນ, ລວມໝູ່, ສາທາລະນະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.