ປັດຈຸບັນ, ເສັ້ນທາງເລກທີ 11 ແຕ່ບ້ານສະໄກເມືອງສັງທອງ ຫາ ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ເປ່ເພໜັກ ຂະນະພາກສ່ວນກ່ຽວຂ້ອງຍັງບໍ່ມີທ່າທີທີ່ຈະລົງແກ້ໄຂສ້ອມແປງໃຫ້ກັບຄືນສະພາບປົກກະຕິ ຖ້າປ່ອຍໄວ້ແບບນີ້ອາດເຮັດໃຫ້ເສັ້ນທາງເປ່ເພໜັກຂຶ້ນຕື່ມ.

ໄລຍະຜ່ານມາ,ໂຍທາທິການ ແລະ ຂົນສົ່ງ ໄດ້ລົງບູລະນະຮັກສາ ແລະ ສ້ອມແປງເສັ້ນທາງ ເລກທີ 11 ຈໍານວນຫຼາຍຄັ້ງໃນແຕ່ລະປີ ແຕ່ເສັ້ນທາງດັ່ງກ່າວຍັງສືບຕໍ່ເປ່ເພເປັນວົງກວ້າງສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນໄປ-ມາ; ເຊິ່ງບັນຫາຫຼັກໆທີ່ເຮັດໃຫ້ເສັ້ນທາງເປ່ເພແມ່ນເກີດຈາກລົດ ບັນທຸກຫີນ-ຊາຍເຂົ້າມາຕົວເມືອງ ແລະ ສິນຄ້າຕ່າງໆເຂົ້າ-ອອກເມືອງໄປຍັງແຂວງໄຊຍະບູລີ ຍັງສວຍໂອກາດບັນທຸກເກີນຂະໜາດ ເພື່ອຫວັງຜົນ ກຳໄລສ່ວນຕົວໂດຍບໍ່ຄໍານິງເຖິງຜົນກະທົບທີ່ຈະຕາມມາ.

ເສັ້ນທາງເລກທີ 11 ຈະມີມາດຕະຖານຮອງຮັບນໍ້າໜັກໜ້ອຍກວ່າເສັ້ນທາງສາຍຫຼັກລົດບັນທຸກບາງປະເພດ ເປັນຕົ້ນແມ່ນລົດ 12 ລໍ້ ຫາ 24 ລໍ້ບັນທຸກຫີນ-ຊາຍທີ່ມີຄວາມໜັກຢູ່ແລ້ວ ຊ້ຳສວຍໂອກາດບັນທຸກເກີນ ເມື່ອຂັບຂີ່ໄປຕາມເສັ້ນທາງທີ່ບໍ່ສາມາດຮັບຮອງຄວາມໜັກໄດ້ ຈຶ່ງເຮັດໃຫ້ ເສັ້ນທາງດັ່ງກ່າວເປ່ເພ ເປັນຕົ້ນແມ່ນໜ້າທາງຍຸບ, ໜ້າທາງແຕກເຮັດໃຫ້ເກີດເປັນຂຸມ; ເມື່ອເສັ້ນທາງຍຸບ ແລະ ແຕກແລ້ວເວລາລົດທຽວໄປ-ມາ ເປັນປະຈໍາກໍຈະເຮັດໃຫ້ເສັ້ນທາງເປ່ເພເປັນວົງກວ້າງ.

ປັດຈຸບັນ, ເສັ້ນທາງເລກທີ 11 ລະຫວ່າງ ເມືອງສີໂຄດຕະບອງ ຫາ ເມືອງສັງທອງ ສ່ວນຫຼາຍເປ່ເພໜັກເປັນບາງຈຸດຢູ່ລະຫວ່າງເຂດບ້ານສະໄກ ເມືອງສັງທອງ ຫາ ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ; ແຕ່ຕົ້ນປີ 2022, ພາກສ່ວນກ່ຽວຂ້ອງໄດ້ລົງສ້ອມແປງໂດຍລອກເອົາໜ້າທີ່ທີ່ຍຸບ ຫຼື ແຕກອອກຈາກເສັ້ນທາງແລ້ວເອົາຫີນມາຖົມໃສ່ ເພື່ອໃຫ້ລົດສາມາດທ່ຽວໄປມາໄດ້ມາເຖິງປັດຈຸບັນພາກສ່ວນກ່ຽວຂ້ອງກໍຍັງບໍ່ມີທ່າທີ່ທີ່ຈະມາປູຢາງໜ້າທາງທີ່ລົງຫີນໄວແມ່ນເປ່ເພໜັກບາງຈຸດເປັນຂຸມເລີກເກືອບ 1 ແມັດ ສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາຢ່າງໜັກ ແລະ ຍິ່ງໄປກວ່ານັ້ນໜ້າທາງຫຼາຍຈຸດຍິ່ງເປ່ເພຕື່ມອີກເປັນຈໍານວນຫຼວງຫຼາຍ, ຖ້າວ່າພາກສ່ວນກ່ຽວຂ້ອງບໍ່ລົງມືແກ້ໄຂເຊື່ອວ່າ ເສັ້ນທາງດັ່ງກ່າວນັ້ນຈະສືບຕໍ່ເປ່ເພຂຶ້ນຕື່ມ.

ປະຊາຊົນທີ່ນໍາໃຊ້ເສັ້ນທາງເລກທີ 11 ເວົ້າ ເປັນສຽງດຽວກັນວ່າ: ເສັ້ນທາງນີ້ພວກເຮົາທຽວ ເກືອບທຸກມື້ສາເຫດທີ່ພາໃຫ້ເສັ້ນທາງເປ່ເພໜັກ ອາດເກີດຈາກລົດຂົນຫີນ-ຊາຍຂອງບັດດາບໍລິ ສັດທີ່ລະເບີດ-ຄົບຫີນຢູ່ເຂດບ້ານສະໄກບັນທຸກ ເກີນຂະໜາດ ເຊິ່ງລົດດັ່ງກ່າວມີທັງລົດ 10 ລໍ້, 12 ລໍ້, 18 ລໍ້, 22 ລໍ້ ແລະ 24 ລໍ້ ຂົນຫີນເຂົ້າມາຕົວ ເມືອງທັງເວັນ ແລະ ຄືນ ຈາກການບັນທຸກເກີນນັ້ນເຮັດໃຫ້ໜ້າທາງບາງຈຸດທີ່ກໍ່ສ້າງບໍ່ໄດ້ມາດຖານຍຸບ ແລະ ແຕກລ້າວ ເມືອເສັ້ນທາງຍຸບ ແລະ ເກີດ ຄວາມແຕກລ້າວບວກກັບລົດທຽວທາງທຸກມື້ ຢຽບເອົາຈຸດທີ່ຍຸບ ຫຼື ແຕກ ຈຶ່ງເຮັດໃຫ້ເສັ້ນທາງ ເປ່ເພເປັນຂຸມກວ້າງອອກໄປເລື້ອຍໆ.

ຜ່ານມາ, ອົງການປົກຄອງເມືອງສັງທອງ ໄດ້ ແຕ່ງຕັ້ງພະນັກງານຫຼາຍພາກສ່ວນລົງປະຈໍາຢູ່ຈຸດກວດເຂດບ້ານສໍາພັນນາ ເມືອງສັງທອງ ເພື່ອເຮັດໜ້າ ທີ່ໃນການກວດກາລົດຂົນຫີນ-ຊາຍ; ໃນເບື້ອງຕົນການປະຕິບັດງານຂອງພະນັກງານແມ່ນເຮັດໄດ້ດີຫຼາຍເມືອພົບເຫັນລົດຄັນໄດຫາກໃສ່ເກີນຂະ ໜາດຈະໃຫ້ລົດຄັນນັ້ນນໍາຫີນລົງທັນທີ; ແຕ່ໄລຍະຫຼັງໆຈົນເຖິງປັດຈຸບັນການກວດກາເອົາຫີນລົງແມ່ນບໍ່ມີໃຫ້ເຫັນນັ້ນກໍເປັນອີກປັດໃຈໜຶ່ງທີ່ເຮັດຜູ້ຂັບຂີ່ ຫຼື ຜູ້ຂົນສົ່ງຫີນດັ່ງກ່າວສວຍໂອກາດບັນທຸກເກີນ; ນອກຈາກນີ້, ເວລາພາກສ່ວນກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ລົງສັ່ງນໍ້າໜັກຢູ່ເສັ້ນ ທາງເລກທີ 11 ບໍລິເວນຂອບເຂດເມືອງສີໂຄດຕະບອງ ເຫັນວ່າລົດບັນທຸກຫີນຫຼາຍຄັນຮູ້ໂຕດີວ່າ ບັນທຸກເກີນ ຈຶ່ງພາກັນຫຼົບຫຼີກໂດຍການຈອດລົດໄວ້ຕາມ ແຄມທາງ ຫຼື ຈອດຕາມເຮືອນປະຊາຊົນ ເມື່ອເຈົ້າ ໜ້າທີ່ເລີກດ່ານພວກເຂົາຈຶ່ງພາກັນໄປສົ່ງຫີນ.

ຢ່າງໃດກໍຕາມ, ຖ້າຫາກວ່າ ພາກສ່ວນກ່ຽວຂ້ອງບໍ່ມີທິດທາງໃນການແກ້ໄຂບັນຫາບັນທຸກເກີນຂະໝາດຂອງລົດບັນທຸກເຊື່ອວ່າ ການເປ່ເພຂອງເສັ້ນ ທາງກໍຈະມີໃຫ້ເຫັນ ແລະ ຍິ່ງເປ່ເພເພີ່ມຂຶ້ນຕື່ມ; ສະນັ້ນ, ເພື່ອບໍ່ໃຫ້ເສັ້ນທາງດັ່ງກ່າວມີການສູນເສຍ ແລະ ເປ່ເພໄປຫຼາຍກວ່ານີ້, ພາກສ່ວນກ່ຽວຂ້ອງ ຄວນເຂັ້ມງວດກວດກາລົດບັນທຸກຫີນ-ຊາຍເກີນຂະໜາດ ເມື່ອກວດກາພົບເຫັນຜູ້ໃດຫາກລະເມີດຄວນໃຊ້ມາດຕະການເດັດຂາດ ເພື່ອຮັບປະກັນບໍ່ ໃຫ້ພວກເຂົາສວຍໂອກາດລັກລອບບັນທຸກເກີນຂະໝາດທີ່ສົ່ງຜົນພາໃຫ້ເກີດເສັ້ນທາງເປ່ເພ.