ວັນທີ 17 ພຶດສະພາ 2022, ຄະນະນໍາກະຊວງ ປກສ ສປປ ລາວ ສົມທົບກັບ ຄະນະນໍາກະຊວງ ປກສ ສສ ຫວຽດນາມ ລົງສໍາຫຼວດເນື້ອທີ່ດິນຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຈະກຽມສ້າງວິທະຍາຄານການເມືອງ ປກສ; ຝ່າຍລາວ ນໍາພາໂດຍ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ຝ່າຍຫວຽດນາມ ນໍາໂດຍ ພັອ ຫງວຽນ ເລ ກວາງ ຮອງຫົວໜ້າກົມຄຸ້ມຄອງກໍ່ສ້າງ ແລະ ຄ້າຍຄູ, ມີຄະນະກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດຽວກັນ, ພົຈວ ໜູຈອນ ກ້ອນທອງດໍາ ໄດ້ລາຍງານໃຫ້ຄະນະນໍາກະຊວງ ປກສ ສສ ຫວຽດນາມ ຮັບຊາບວ່າ: ພາຍຫຼັງກະຊວງ ປກສ ອະນຸ ມັດຕອນດິນລັດທີ່ ກະຊວງ ປກສ ຄຸ້ມຄອງນໍາໃຊ້ ເນື້ອທີ່ 6 ເຮັກຕາ ຢູ່ບ້ານ ໂນນສະອາດ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນໂຄງການປຸກສ້າາງ ວິທະຍາຄານການເມືອງ ປກສລະອຽດມີຄື: ທິດເໜືອ, ທິດໃຕ້ ແລະ  ທິດຕາເວັນອອກ ຕິດກັບທາງຕັດໃໝ່, ສ່ວນທິດຕາເວັນຕົກ ຕິດກັບ ດິນກະຊວງປ້ອງກັນປະເທດ ແລະ ດິນສູນບັນຊາຕໍາຫຼວດສະກັດກັ້ນອັກຄີໄພ ແລະ ກູ້ໄພ; ຖ້າຫາວ່າເນື້ອທີ່ດິນດັ່ງກ່າວ ບໍ່ພຽງພໍທີ່ຈະນຳໃຊ້ເຂົ້າໃນໂຄງການປຸກສ້າງ ວິທະຍາຄານການເມືອງ ປກສ ຂັ້ນເທີງຈະແບ່ງເອົາເນື້ອທີ່ດິນສູນບັນຊາຕໍາຫຼວດສະກັດກັ້ນອັກຄີໄພ ແລະ ກູ້ໄພ ທີ່ຕິດກັນນັ້ນໃຫ້ຕາມຄວາມເໝາະສົມ.

ພັອ ຫງວຽນ ເລ ກວາງ ໄດ້ຕາງໜ້າໃຫ້ກະຊວງ ປກສ ຫວຽດນາມ ທີ່ເປັນຜູ້ຊ່ວຍເຫຼືອງົບປະມານໃນການສ້າງວິທະຍາຄານການເມືອງ ປກສ ຄັ້ງນີ້ ກ່າວວ່າ: ການທີ່ຈະປຸກສ້າງວິທະຍາຄານດັ່ງກ່າວນີ້ບໍ່ແມ່ນເລື່ອງງ່າຍ; ສະນັ້ນ, ພວກເຮົາພ້ອມຄະນະຈຶ່ງຂໍສໍາຫຼວດຕອນດິນດັ່ງກ່າວນີ້ໃຫ້ລະອຽດ ເພື່ອຈະນໍາໄປປຶກສາຫາລື ແລະ ຄິດໄລງົບປະມານໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ກ່ອນນໍາສະເໜີຕໍ່ກະຊວງ ປກສ ຫວຽດນາມ-ລາວເຊັນອະນຸ ມັດ ກ່ອນລົງມືຈັດຕັ້ງປະຕິບັດ ແລະ ຖ້າໄປຕາມແຜນທີ່ວາງໄວ້ຄາດວ່າຊ້າສຸດໂຄງການດັ່ງກ່າວນີ້ຈະໃຫ້ໄດ້ວາງສີລາລືໃນເດືອນກໍລະກົດນີ້.