ວຽກງານເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະປີ 2021-2023 ພວມໄດ້ຮັບການຈັດຕັ້ງ ປະຕິບັດຢ່າງກວ້າງຂວາງນັບທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະໃນຂົງເຂດກຳລັງປ້ອງກັນຄວາມສະຫງົບທີ່ເປັນພາກສ່ວນຫຼັກໃນການຈັດຕັ້ງຜັນຂະຫຍາຍວາລະດັ່ງກ່າວ, ເຊິ່ງໄດ້ມີການເຄື່ອນໄຫວໂຄສະນາເຜີຍແຜ່. ໃນນັ້ນ, ກໍມີຄະນະຊີ້ນໍາ, ຄະນະກໍາມະການ ແລະ ກອງເລຂາປະສານງານຂັ້ນເມືອງບົວລະພາ ໄດ້ຈັດຕັ້ງປະຕິບັດເຄື່ອນໄຫວເຜີຍແຜ່ເຊື່ອມຊຶມເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນທົ່ວເມືອງສໍາ ເລັດແລ້ວ 2 ບາດກ້າວ.

ພັທ ບຸດສະດີ ແສງດາວັນ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງບົວລະພາ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈໍາ 3 ເດືອນຕົ້ນປີ 2022ໃນໂອກາດທີ່ ພັທ ຈັນໄຊ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ພ້ອມຄະນະລົງເຄື່ອນໄຫວຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ເຜີຍແຜ່ເອກະສານຄໍາແນະນໍາຂອງທ່ານເຈົ້າແຂວງໆຄໍາມ່ວນ ວ່າດ້ວຍການຈັດຕັ້ງປະຕິບັດທິດທາງແຜນການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ ແຂວງຄໍາມ່ວນ (2021-2023) ຢູ່ ປກສ ເມືອງບົວລະພາ ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ 2022 ຜ່ານມາ, ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນທົ່ວເມືອງບົວລະພາ, ຄະນະຊີ້ນໍາ, ຄະນະກໍາມະການ ແລະ ກອງເລຂາປະສານງານຂັ້ນເມືອງໄດ້ຈັດຕັ້ງປະຕິບັດເຄື່ອນໄຫວເຜີຍແຜ່ເຊື່ອມຊຶມເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດໃນທົ່ວເມືອງບົວລະພາແມ່ນໄດ້ແບ່ງອອກເປັນສອງບາດກ້າວຄື:

ບາດກ້າວທີ 1: ເຜີຍເເຜ່ຢູ່ຂັ້ນເມືອງ, ມີ 1 ຈຸດໃຫຍ່ຂອງເມືອງ, ໂດຍພາກສ່ວນທີ່ເຂົ້າຮ່ວມປະກອບມີບັນດາພະນັກງານ, ເເນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ຂົງເຂດເສດຖະກິດ, ຂົງເຂດ ປກຊ-ປກສ ແລະ ຂົງເຂດວັດທະນະທໍາ-ສັງຄົມ ມີຜູ້ເຂົ້າຮ່ວມທັງໝົດຈໍານວນ 147 ຄົນ ຍິງ 29 ຄົນ;

ບາດກ້າວທີ 2: ເຜີຍແຜ່ຢູ່ຂັ້ນບ້ານ ແບ່ງອອກເປັນ 11 ຈຸດ ຜົນສໍາ ເລັດໃນການລົງເຜີຍແຜ່ເຊື່ອມຊຶມເອກະສານນັບແຕ່ວັນທີ 27 ມັງກອນ ຫາ 30 ມີນາ 2022 ຢູ່ຂັ້ນເມືອງ ແລະ ຂັ້ນບ້ານມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 3.685 ຄົນ ຍິງ 1.391 ຄົນ, ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມປະ ກອບມີ: ເອກະສານມະຕິສະບັບເລກທີ 03/ສພຊ ລົງວັນທີ 10 ສິງຫາ 2021 ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເອກະສານມະຕິ ສະບັບເລກທີ 04/ສພຊ ລົງວັນ ທີ 10 ສິງຫາ 2021 ໄດ້ຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດແຕ່ປີ (2021-2023), ເອກະສານຄໍາສັ່ງວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດສະບັບເລກທີ 15/ຄປຈຂ, ລົງວັນທີ 17 ທັນວາ 2021, ເອກະສານທິດທາງແຜນການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດສະບັບເລກທີ 15/ຈຂ. ລົງວັນທີ 17 ທັນວາ 2021, ເອກະສານຄໍາສັ່ງວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບ ເລກທີ 14 /ຄປຈ, ລົງວັນທີ 17 ທັນວາ 2021, ເອກະສານທິດທາງແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງແຂວງຄໍາມ່ວນ (2021-2023) ສະບັບລົງວັນ ທີ 17 ທັນວາ 2021.

ພັທ ຈັນໄຊ ນັນທະວົງ ຍັງໄດ້ໂອ້ລົມໃຫ້ທິດຊີ້ນໍາກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ສືບຕໍ່ຂຶ້ນບັນຊີເປົ້າໝາຍໃຫ້ມັນຈະແຈ້ງ, ຊັດເຈນຂຶ້ນຕື່ມ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມັນຖືກຈຸດ, ຖືກທິດ ແລະ ຖືກເປົ້າໝາຍ. ນອກນັ້ນ, ຕ້ອງສ້າງຄວາມເປັນເຈົ້າການທີ່ເຂັ້ມແຂງໃຫ້ແກ່ທ້ອງຖິ່ນຮາກຖານ, ບ້ານ, ອົງການປົກຄອງ ແລະ ຂະແໜງການທຸກຂັ້ນໃຫ້ປະຕິບັດຕາມລະບຽບ, ກົດໝາຍຢ່າງເຂັ້ມງວດ, ເປັນເຈົ້າການປະກອບສ່ວນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ, ໃຫ້ບັນດາບ້ານ ພາຍໃນເມືອງເປັນບ້ານປອດຢາເສບຕິດ ແລະ ເມືອງທີ່ມີຄວາມ ສະຫງົບດີ.