ໃນວັນທີ 16 ພຶດສະພາ 2022, ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງ ປກສ ຊີ້ແຈງກ່ຽວກັບການຕັ້ງກວດຂອງເຈົ້າໜ້າທີ່ຢູ່ເມືອງທ່າພະບາດ ແຂວງບໍລິຄໍາໄຊ ທີ່ເກີດມີຫາງສຽງວິຈານຂອງສັງຄົມຕໍ່ກັບການປັບໃໝຜູ້ລະເມີດ ເປັນຈໍານວນເງິນ 150.000 ກີບ, ເຊິ່ງການຕັ້ງຈຸດກວດ ເພື່ອເປັນການຄຸ້ມຄອງຄວາມປອດໄພໃນການສັນຈອນຕາມເສັ້ນທາງໃນຊ່ວງການປັບປຸງ ແລະ ກໍ່ສ້າງ, ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກທະນາ ຄານໂລກ ແລະ ກອງທຶນສະໜັບສະໜູນອື່ນໆໃຫ້ສໍາເລັດຕາມແຜນການ ແລະ ຖືກກັບລະບຽບການທີ່ວາງໄວ້.

ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ຊີ້ແຈ້ງກ່ຽວກັບຫາງສຽງຂອງສັງຄົມວ່າ: ເຫດການທີ່ເກີດຂຶ້ນໃນເວລາປະມານ 15:00 ໂມງຂອງວັນທີ 12 ພຶດສະພາ 2022, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກົມຕໍາຫຼວດຈະລາຈອນ ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຕັ້ງຈຸດກວດກາຢູ່ເສັ້ນທາງ 13 ໃຕ້ ເພື່ອເປັນການສືບຕໍ່ໃນການຈັດຕັ້ງປະຕິບັດໜ້າທີ່ຕາມແຜນການຂອງກົມຕໍາຫຼວດຈະລາຈອນ; ໃນນັ້ນ, ໄດ້ກວດກາລົດກະບະໝາຍເລກທະບຽນ ກກ 6084 ອຸດົມໄຊ, ເຊິ່ງຂັບໂດຍນາງ ແສງທຽນ ແລະ ຜ່ານການກວດເອກະສານພົບວ່າຜູ້ຂັບຂີ່ບໍ່ມີໃບຂັບຂີ່, ລົດບໍ່ໄດ້ກວດກາເຕັກນິກ ແລະ ໜັງສືຢັ້ງຢືນເຕັກ ນິກລົດຂອງຜູ້ກ່ຽວແມ່ນໝົດກໍານົດແຕ່ປີ 2021, ເຈົ້າໜ້າ ທີ່ຈຶ່ງໄດ້ແນະນໍາໃຫ້ໄປຕໍ່ ແລະ ບໍ່ໄດ້ໃຊ້ ມາດຕະການປັບໃໝໃດໆຕໍ່ບັນດາເອກະສານດັ່ງ ກ່າວ.

ແຕ່ຜ່ານການກວດກາຈັບຄວາມໄວ ເຫັນວ່າ ຜູ້ກ່ຽວຂັບຂີ່ລົດເກີນຄວາມໄວຕາມທີ່ປ້າຍກໍານົດຄວາມໄວຢູ່ໃນເຂດການກໍ່ສ້າງກໍານົດໄວ້ ຄື: ຫ້າມໃຊ້ຄວາມໄວເກີນ 30 ກິໂລແມັດຕໍ່ຊົ່ວໂມງ. ແຕ່ຜູ້ຂັບຂີ່ລົດແມ່ນໄດ້ແລ່ນມາດ້ວຍຄວາມໄວສູງເຖິງ 80 ກິໂລ ແມັດຕໍ່ຊົ່ວໂມງ, ເຈົ້າໜ້າທີ່ຈຶ່ງໄດ້ສັ່ງໃຫ້ຈອດພ້ອມ ທັງແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ໂດຍອີງໃສ່ດໍາລັດເລກທີ 568/ລບ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກໍ ກັບການຈະລາຈອນທາງບົກ ເຊິ່ງຜ່ານການແນະນໍາຜູ້ກ່ຽວແມ່ນເຫັນດີຕໍ່ການໃຊ້ມາດຕະການປັບໃໝ ພ້ອມທັງຈ່າຍເງິນຄ່າປັບໃໝ ຈໍານວນ 150.000 ກີບ. ຈາກນັ້ນ, ຜູ້ກ່ຽວໄດ້ກັບໄປລົດທີ່ຈອດໄວ້ຢູ່ ແຄມທາງ ແລະ ຂະນະດຽວກັນ, ຜົວຜູ້ກ່ຽວ ເກີດຄວາມບໍ່ພໍໃຈ ພ້ອມທັງນໍາໃຊ້ກ້ອງຖ່າຍຮູບ ມາຖ່າຍເປັນວີດີໂອແລ້ວອັບລົງເຟສບຸກສ່ວນ ຕົວໃນວັນທີ 14 ພຶດສະພາ 2022 ພ້ອມທັງມີ ການຕັ້ງຄໍາຖາມໃສ່ເຈົ້າໜ້າທີ່ວ່າ: ແມ່ນຕໍາຫຼວດ ແທ້ບໍ່ທີ່ໃສ່ເຄື່ອງແບບມາກວດກາຢູ່ນໍາທາງເຂດ ກໍ່ສ້າງ ແລະ ບໍ່ເຄີຍເຫັນໃນໄລຍະຜ່ານມາ; ເປັນ ຫຍັງຈຶ່ງມີການກວດກາຢູ່ໃນເຂດການກໍ່ສ້າງເສັ້ນ ທາງ; ຈາກເຫດການທີ່ເກີດຂຶ້ນເຮັດໃຫ້ເກີດມີ ສຽງວິພາກ-ວິຈານ ແລະ ຕໍ່ວ່າເຈົ້າໜ້າທີ່ພວກ ເຮົາໄປຕ່າງໆນາໆຜ່ານທາງສືສັງຄົມອອນລາຍ ແລ້ວຍັງມີການແຊຄຼີບດັ່ງກ່າວໂດຍບໍ່ຄໍານຶງເຖິງລະ ບຽບການ. ເຈົ້າໜ້າທີ່ຂໍຢືນຢັນວ່າ ດ່ານກວດກາດັ່ງກ່າວແມ່ນການຈັດຕັ້ງປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນຢ່າງແທ້ຈິງ.

ການຕັ້ງດ່ານກວດດັ່ງກ່າວ ແມ່ນອີງໃສ່ແຈ້ງ ການເລກທີ 02098/ຍທຂ.ຫກ ລົງວັນທີ 27 ມັງກອນ 2022 ເລື່ອງການສັນຈອນຜ່ານເສັ້ນທາງ 13 ເໜືອ (ແຕ່ສີ່ແຍກໄຟແດງສີເກີດ ນະຄອນ ຫຼວງວຽງຈັນ ຫາ ສາມແຍກໂພນໂຮງ ແຂວງວຽງຈັນ ແລະ ເສັ້ນທາງ 13 ໃຕ້ (ກິໂລແມັດທີ 71 ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຫາ ກິໂລແມັດ ທີ 346 ເມືອງເຊບັ້ງໄຟ ແຂວງຄໍາມ່ວນ); ບົດ ລາຍງານ ສະບັບເລກທີ 030/ກຈຈ ລົງວັນທີ 23 ກຸມພາ 2022 ເລື່ອງຂໍອະນຸມັດໃຫ້ພະນັກງານຈັດຕັ້ງປະຕິບັດລົງເຄື່ອນໄຫວເຮັດໜ້າທີ່ໂຄສະນາ, ຕັ້ງຈຸດກວດກາຈັບຄວາມໄວ, ກວດກາທາດເຫຼົ້າ ແລະ ການຄວບຄຸມການສັນຈອນ, ການບັງຄັບໃຊ້ກົດໝາຍຂອບເຂດໂຄງການປັບປຸງສ້ອມແປງທາງຕາມເສັ້ນທາງ 13 ເໜືອ ແລະ ເສັ້ນທາງ 13 ໃຕ້ ແລະ ອີງໃສ່ກອງປະຊຸມຂອງທະນາຄານໂລກ ຮ່ວມກັບຜູ້ໃຫ້ທຶນ ແລະ ໂຄງການການກໍ່ສ້າງທາງ ໂດຍປະກອບມີກົມຂົວທາງ, ກົມຂົນສົ່ງ ກະຊວງ ໂຍທາງທິການ ແລະຂົນສົ່ງ ແລະ ກົມຕໍາຫຼວດ ຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງ ປກສ ໄດ້ຕົກລົງສະຫຼຸບຕີລາຄາການຈັດຕັ້ງປະຕິບັດຢູ່ຕາມ ເສັ້ນທາງ 13 ເໜືອ ໂດຍສະເພາະແມ່ນຕີລາຄາຄືນກ່ຽວກັບການກໍ່ສ້າງເສັ້ນທາງດັ່ງກ່າວ ພ້ອມທັງນໍາ ແຜນການຢູ່ຈຸດດັ່ງກ່າວມາຈັດຕັ້ງຜັນຂະຫຍາຍໃນການກໍ່ສ້າງເສັ້ນທາງ 13 ໃຕ້ ເນື່ອງຈາກວ່າຜູ້ໃຫ້ທຶນ ກໍຄື: ທະນາຄານໂລກ ໄດ້ມີເງື່ອນໄຂສູງໃຫ້ແກ່ຜູ້ກໍ່ ສ້າງ ແລະ ພາຍໃນໄລຍະກໍ່ສ້າງນີ້ ຖ້າຫາກມີຄົນເສຍຊີວິດເກີນ 3 ຄົນ ຫຼື ວ່າຖ້າເກີດອຸບັດຕິເຫດ ກໍບໍ່ໃຫ້ມີຄົນເສຍຊີວິດຢູ່ໃນເຂດກໍ່ສ້າງ; ສະນັ້ນ, ທາງກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ຈັດ ຕັ້ງຄະນະກວດກາ ແລະ ຕິດຕາມໂຄງການ ພ້ອມທັງນໍາແຜນການດັ່ງກ່າວນັ້ນໄປຈັດຕັ້ງປະຕິບັດຢ່າງລະອຽດ ແລະ ເຂັ້ມງວດ ເພື່ອເປັນການປ້ອງກັນ, ສະກັດກັ້ນການເກີດອຸບັດຕິເຫດໃນເສັ້ນທາງຂອບເຂດດັ່ງກ່າວ. ຖ້າຫາກມີອຸບັດຕິເຫດເກີດຂຶ້ນແລ້ວ ເຮັດໃຫ້ມີຜູ້ເສຍຊີວິດເກີນທີ່ກຳນົດໄວ້ໃນຂອບເຂດກໍ່ສ້າງ, ຜູ້ໃຫ້ທຶນຈະຢຸດການສະໜອງທຶນໃນອະນາຄົດ.

ຢ່າງໃດກໍຕາມ, ການຕັ້ງດ່ານກວດກາການສັນຈອນນັ້ນກໍຢັ້ງຢືນແລ້ວວ່າ ຈະຊ່ວຍຫຼຸດຜ່ອນບັນ ຫາອຸບັດຕິເຫດໄດ້ ແຕ່ກົງກັນຂ້າມຖ້າຫາກບໍ່ມີ ເຈົ້າ ໜ້າທີ່ກວດກາ ກໍມັກຈະມີອຸບັດຕິເຫດເກີດຂຶ້ນເປັນປະຈຳ ດັ່ງຕົວເລກທີ່ເກີດອຸບັດຕິເຫດໃນເດືອນເມສາ ຜ່ານມາ ມີເຖິງ 693 ເລື່ອງ. ໃນນີ້, ມີຜູ້ເສຍຊີວິດເຖິງ 101 ຄົນ. ດັ່ງນັ້ນ, ຈຶ່ງຮຽກ ຮ້ອງມາຍັງໃຊ້ລົດໃຊ້ຖະໜົນ ກໍຄື ຜູ້ທີ່ນໍາໃຊ້ເສັ້ນ ທາງໃນໄລຍະເຂດການກໍ່ສ້າງດັ່ງກ່າວ ຈົ່ງມີສະຕິ ເຄົາລົບຕໍ່ບັນດາກົດລະບຽບ ແລະ ແຈ້ງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.