ແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງວັນປົດປ່ອຍຫຼວງນໍ້າທາ ຄົບຮອບ 60 ປີ ( 6 ພຶດສະພາ 1962-6 ພຶດສະພາ 2022 ) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ຄົບຮອບ 60 ປີ ( 24 ພຶດສະພາ 1962 -24 ພຶດສະພາ 2022 ) ໃນອາທິດຜ່ານມານີ້, ເຂົ້າຮ່ວມມີ ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ ແລະ ພົຕ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າຈາກກະຊວງ ປກສ, ຫົວໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ແລະ ຜູ້ຕ່າງໜ້າທູດການທະຫານແຫ່ງ ສສ ຫວຽດນາມ ປະຈໍາຢູ່ນະຄອນຫຼວງພະບາງ, ມີຮອງເລຂາພັກແຂວງ, ກໍາມະການພັກແຂວງ, ນາຍທະຫານ, ນາຍຕໍາຫຼວດ, ພະນັກງານອາວຸໂສບໍານານ, ສານປະຊາຊົນ ແລະ ຄະນະພັກເມືອງ, ຫົວໜ້າພະແນກ, ລັດວິສາຫະກິດ, ອົງການປົກຄອງບ້ານ ຕະຫຼອດຮອດຄູ-ອາ ຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ທ່ານ ຄໍາໄຫຼ ສີປະເສີດ ຂຶ້ນຜ່ານບົດຫວນ ຄືນມູນເຊື້ອວັນປົດປ່ອຍແຂວງຫຼວງນໍ້າທາ ຕະຫຼອດໄລຍະ 60 ປີຜ່ານມາ, ເຊິ່ງຍົກໃຫ້ເຫັນໄຊຊະນະບັ້ນຮົບຫຼວງນ້ຳທາ ແມ່ນໄຊຊະນະກຳລັງແຮງແຫ່ງນ້ຳໃຈຮັກຊາດ, ນ້ຳໃຈຄຽດແຄ້ນຈັກກະພັດຜູ້ຮຸກຮານ, ນ້ຳໃຈຕໍ່ສູ້ອັນອົງອາດກ້າຫານ, ບໍ່ຍອມຈຳນົນຕໍ່ສັດຕູກອງທັບ ແລະ ປະຊາຊົນ ໃນທົ່ວປະເທດ ໂດຍສະເພາະແມ່ນກອງທັບປະຊາຊົນບັນດາເຜົ່າຊາວແຂວງຫຼວງນ້ຳທາ ແມ່ນໄຊຊະນະແຫ່ງຄວາມສາມັກຄີແບບພິເສດລະ ຫວ່າງກອງທັບປະຊາຊົນລາວ ກັບກອງທັບປະຊາຊົນຫວຽດນາມ ອ້າຍນ້ອງແມ່ນໄຊຊະນະແຫ່ງການສະໜັບສະໜູນຊ່ວຍ ເຫຼືອຂອງບັນດາປະ ເທດເພື່ອນມິດສະຫາຍເປັນຕົ້ນແມ່ນຈີນ, ອະດີດສະຫະພາບໂຊຫວຽດ ແລະ ປະເທດອື່ນໆ. ໄຊຊະນະອັນເປັນປະຫວັດສາດນີ້ ເປັນການທັບມ້າງເຈດຈຳນົງຍຸດທະສາດຂອງຈັກກະພັດອາເມລິກາ ແລະ ລູກແລ້ງຕີນມືຂອງພວກເຂົາຢູ່ໃນລາວ ໃຫ້ປາລາໄຊລົງ ແລະ ເປັນການທົດສອບກຳລັງແຮງ ທັງເປັນຂີດໝາຍແຫ່ງການປາລາໄຊຂອງ ຈັກພັດອາເມລິກາ ແລະ ລູກແລ້ງຕີນມືຂອງພວກ ເຂົາຢູ່ໃນລາວ. ຈາກນັ້ນ, ໄຊຊະນະທີ່ດັງກ້ອງ ກັງວານນີ້ ໄດ້ກາຍເປັນການປຸກລະດົມແນວຄິດຈິດໃຈຂອງກອງທັບ ແລະ ປະຊາຊົນລາວ ໃນທົ່ວປະເທດ ແລະ ເຮັດໃຫ້ກຳລັງຂອງການປະຕິວັດເຮົາເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, ເຮັດ ໃຫ້ເຂດປົດປ່ອຍນັບມື້ນັບກວ້າງຂວາງອອກຢ່າງ ບໍ່ຢຸດຢັ້ງ, ບັງຄັບ ໃຫ້ຈັກກະພັດອາເມລິກາຕ້ອງ ຍອມເຊັນສັນຍາເຊີແນວກ່ຽວກັບລາວໃນປີ 1962 ສ້າງຕັ້ງລັດຖະບານປະສົມ 3 ຝ່າຍຂຶ້ນ, ເຮັດໃຫ້ກຳລັງປະຕິວັດເຮົາຍາດໄດ້ໄຊະນະນີ້ຕໍ່ໄຊ ຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ ຈົນເຖິງປົດປ່ອຍ ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນ ໃນ ວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

ພ້ອມກັນນີ້, ໃນພິທີສະເຫຼີມສະຫຼອງວັນດັ່ງກ່າວນີ້, ຍັງໄດ້ຍົກໃຫ້ເຫັນມູນເຊື້ອວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນແຂວງຫຼວງ ນໍ້າທາ ດ້ວຍຄວາມເອກອ້າງທະນົງໃຈຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກໍາລັງປ້ອງກັນ ຄວາມສະຫງົບຂອງແຂວງຫຼວງນໍ້າທາ ຍາດມາໄດ້ຕະຫຼອດໄລຍະ 60 ປີຜ່ານມາ.