ກອງບັນຊາການ ປກສ ແຂວງຜົ້ງສາລີ ຈັດກອງປະຊຸມຄົ້ນຄ້ວາຂໍ້ຕົກລົງປ່ຽນແທນຄໍາສັ່ງ ເລກທີ 03/ຈຂຜລ, ລົງວັນທີ 15 ກຸມພາ 2017 ໃນວັນທີ 4 ພຶດສະພາ ຜ່ານມານີ້, ເປັນປະທານ ໂດຍ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາ ການ ປກສ ແຂວງຜົ້ງສາລີ, ມີບັນດາຄະນະກອງບັນຊາການ, ພາກສ່ວນທີ່ກ່ຽວຂ້ອງ, ຕະຫຼອດຮອດນາຍຕໍາຫຼວດທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ຄໍາຈັນ ແສງລາວົງ ໄດ້ຜ່ານຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ກອງເລຂາຮ່າງຂໍ້ຕົກລົງປ່ຽນແທນຄໍາສັ່ງ ເລກທີ 03/ຈຂຜລ, ລົງວັນທີ 15 ກຸມພາ 2017 ແລະ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ແຂວງຜົ້ງສາລີ ປ່ຽນແທນຄໍາສັ່ງ ເລກທີ 03/ຈຂຜລ, ລົງວັນທີ 15 ກຸມພາ 2017 ເພື່ອເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດໃຫ້ບັນລຸຕາມຈຸດປະສົງ, ລະດັບຄາດ ໝາຍ ແລະ ກໍານົດເວລາທີ່ວ່າງໄວ້, ທັງຮັບປະ ກັນທາງດ້ານເນື້ອໃນໃຫ້ຄົບຖ້ວນ, ສອດຄອງກັບສະພາບຕົວຈິງ.

ຄຽງຄູ່ກັນນັ້ນ, ຂໍ້ຕົກລົງປ່ຽນແທນຄໍາສັ່ງ ເລກທີ 03/ຈຂຜລ, ລົງວັນທີ 15 ກຸມພາ 2017 ຈະໄດ້ກໍານົດຈະແຈ້ງກ່ຽວກັບບັນຫາຢາເສບຕິດທີ່ເກີດ ຂຶ້ນ ແລະ ເປັນບັນຫາປະກົດການຫຍໍ້ທໍ້ໃນສັງຄົມທີ່ລະເມີດກົດໝາຍໄດ້ຮັບການແກ້ໄຂ, ຜູ້ຕິດຢາເສບຕິດໄດ້ຮັບປະກັນການບໍາບັດປິ່ນປົວໃນແຕ່ລະໄລຍະ ແລະ ໃຫ້ເຄື່ອນໄຫວໄປຕາມ 3 ຫຼັກ ການຄື: ເດັດຂາດ, ໂປງໃສ, ຊໍານິ-ຊໍານານ ຂອງເຈົ້າໜ້າທີ່ຕາມຫຼັກການວິຊາສະເພາະຍົກສູງປະສິດທິພາບ ວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງເປັນລະບົບ, ເຂັ້ມແຂງ, ຊອກຮູ້ແກ້ໄຂເປົ້າໝາຍຜູ້ຜະລິດ, ຂົນສົ່ງ -ຄ້າ ຂາຍ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ສ້າງບັນດານະໂຍບາຍເພື່ອກະຕຸກຊຸກຍູ້ ໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ, ດໍາເນີນແຜນການ ແລະ ໂຄງການຕ່າງໆກ່ຽວກັບບັນຫາຢາເສບຕິດໃຫ້ມີປະສິດທິພົນ ແລະ ປະສິດທິພາບສູງຂຶ້ນເລື້ອຍໆ.