ກອງປະຊຸມສະຫຼຸບຕີລາຄາການນໍາພາ-ຊີ້ນໍາຂອງຄະນະພັກຮາກຖານຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງອຸດົມໄຊ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍ ປີ 2022 ໄດ້ຈັດຂຶ້ນວັນທີ 16 ພຶດສະພາຜ່ານມາ, ເປັນປະທານໂດຍ ສະຫາຍ ພັທ ພອນສະຫວັດ ໄຊພະແຈ້ງ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າ ຄ້າຍຄຸມຂັງ-ດັດສ້າງ, ມີຄະນະພັກຮາກຖານ, ບັນດາໜ່ວຍພັກຂຶ້ນກັບ, ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັທ ຄຳເພົ້າ ຈັນສະຫວັນ ຄະນະພັກາກຖານ ຮອງ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ກ່າວວ່າ: ຄະນະພັກຮາກຖານຄ້າຍຄຸມຂັງ-ດັດສ້າງມີ 3 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງ ໝົດ 49 ສະຫາຍ ຍິງ 9 ສະຫາຍ, ສະມາຊິກພັກສໍາຮອງ 11 ສະ ຫາຍ ຍິງ 3 ສະຫາຍ ໃນໄລຍະ 6 ເດືອນຜ່ານມາ, ຄະນະພັກຮາກຖານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກຢ່າງເປັນປົກກະຕິຕໍ່ເນື່ອງ, ດ້ວຍຫຼາຍເນື້ອໃນ, ຫຼາຍວິທີ ການເຮັດໃຫ້ພະນັກງານ, ສະມາ ຊິກພັກສ່ວນຫຼາຍມີຄຸນທາດ ການເມືອງໜັກແໜ້ນ, ມີສະຕິຕໍ່ ການຈັດຕັ້ງ ແລະ ເປັນເອກະພາບ ສູງຕໍ່ການນຳພາຂອງພັກ, ເຮັດໃຫ້ການຈັດຕັ້ງພັກຂອງຄ້າຍຄຸມຂັງ-ດັດສ້າງ ມີບາດກ້າວເຕີບໃຫຍ່ເຂັ້ມແຂງເປັນກ້າວໆ. ສະແດງອອກ 6 ເດືອນຕົ້ນປີ ໄດ້ ສະ ເໜີມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າຮຽນສະໜັບສະໜູນ ຈຳນວນ 1 ສະຫາຍ, ເຂົ້າຮຽນກົດລະບຽບພັກ 1 ສະຫາຍ ຍິງ 1 ສະຫາຍ, ຮັບເອົາມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າສະມາຊິກພັກສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ, ເລື່ອນສະມາ ຊິກພັກສຳຮອງຂຶ້ນສົມບູນ 4 ສະຫາຍ, ສະເໜີເລື່ອນຊັ້ນຂັ້ນຕ່າງໆໃຫ້ພະນັກງານ-ນັກຮົບ 6 ສະຫາຍ ຍິງ 2 ສະຫາຍ, ໄດ້ຮັບການຍ້ອງຍໍປະຈໍາປີ 66 ສະຫາຍ ຍິງ 11 ສະຫາຍ; ດ້ານວຽກງານວິຊາສະເພາະ ຄະນະພັກ-ຄະນະຄ້າຍ ໄດ້ນຳພາ-ຊີ້ນຳ ແລະ ລົງເລິກໃກ້ສິດຕິດແທດ ແຕ່ລະພະແນກວິຊາສະເພາະ ເພື່ອຊີ້ນຳເຄື່ອນໄຫວຕາມພາລະບົດບາດຢ່າງຕັ້ງໜ້າ ໂດຍສະເພາະແມ່ນນຳພາສ້າງຂະບວນການແກ້ໄຂສະພາບການປະກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນຄ້າຍ, ເອົາໃຈໃສ່ປັບປຸງລະບຽບຂອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ, ແກ້ໄຂບັນຫາການນໍາສິ່ງຂອງທີ່ຜິດກົດລະບຽບເຂົ້າຫ້ອງກັກຂັງ ແລະ ຈັດຕັ້ງການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງຢ່າງເຂັ້ມງວດ ເຮັດໃຫ້ຄ້າຍຄຸມຂັງ-ດັດສ້າງ ມີຄວາມສະຫງົບປອດໄພໂດຍພື້ນຖານ.

ພັທ ພອນສະຫວັດ ໄຊພະແຈ້ງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງຄະນະພັກ, ສະມາຊິກພັກ, ພະນັກງານ-ນັກຮົບ ຍາດມາໄດ້ໃນໄລຍະ 6 ເດືອນຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ພະນັກງານ-ນັກຮົບ ປົກກະຕິ ແລະ ຕໍ່ເນື່ອງ, ເອົາໃຈໃສ່ ປະຕິບັດລະບຽບ, ກົດໝາຍຂອງກຳລັງໃຫ້ເຂັ້ມງວດ, ເພີ່ມທະວີວຽກງານອານາໄມສະຖານທີ່ພາຍໃນ-ພາຍນອກຄ້າຍຄຸ້ມຂັງ ໃຫ້ມີຄວາມສະອາດປອດຈາກ ເຊື້ອພະຍາດຕ່າງໆ, ປົກປັກຮັກສາອາວຸດ, ລູກກະສູນ ແລະ ວັດຖຸອຸປະກອນໃຫ້ຮັບປະກັນປະຕິບັດລະບອບປະຈໍາການ ແລະ ຜັດປ່ຽນກັນປ້ອງກັນເວນ ຍາມຕະລອດ 24 ຊົ່ວໂມງ ເຮັດໃຫ້ພາຍໃນຄ້າຍມີຄວາມສະຫງົບປອດໄພ 100%.