ກອງບັນຊາການ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນວັນທີ 12 ພຶດສະພາ 2022, ເປັນປະທານ ໂດຍ ພັທ ຄຳຜອງ ສິງສັກເມືອງ ຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ, ເຂົ້າຮ່ວມມີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ, ພະແນກການກ່ຽວຂ້ອງ, ປກຊ-ປກສ ເຂົ້າຮ່ວມ.

ພັທ ຄຳຜອງ ສິງສັກເມືອງ ໄດ້ຜ່ານແຜນປະຕິບັດງານໃນການຈັດຕັ້ງຜັນຂະຫຍາຍວາລະຂອງແຂວງ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອນຳໄປຜັນຂະ ຫຍາຍຈັດຕັ້ງປະຕິບັດຢ່າງເຂັ້ມງວດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດຕໍ່ຄອບຄົວ, ສັງຄົມ ແລະ ປະເທດຊາດ ດ້ວຍການໂຄສະນາສຶກສາອົບຮົມຫຼາຍຮູບ, ຫຼາຍແບບ ແລະ ວິທີການເພື່ອໃຫ້ເຂົ້າເຖິງເປົ້າໝາຍກຸ່ມສ່ຽງແຕ່ຫົວທີບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ ແນໃສ່ສະກັດກັ້ນແກ້ໄຂບັນຫາຢາເສບຕິດໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແລະ ປອດຢາເສບຕິດແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນຮັບປະກັນໄດ້ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ດີຂຶ້ນເທື່ອລະກ້າວ.

ທ່ານ ບົວລີ ເພັດສົງຄາມ ໄດ້ຊີ້ນຳໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ນະຄອນປາກເຊ ເອົາໃຈໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ລົງສູ່ທ້ອງຖິ່ນຮາກຖານໃຫ້ຖົ່ວເຖິງ, ເຮັດໃຫ້ປະຊາຊົນບັນດາເຜົ່າມີສ່ວນຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບທົ່ວປວງຊົນຮອບດ້ານ ແລະ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳທຸກພາກສ່ວນທີ່ກ່ຽວຂ້ອງ, ຈົ່ງພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ, ທຸກຂະແໜງການກົມກອງຕ້ອງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ໂດຍອີງໃສ່ຄຳສັ່ງ ແລະ ທິດຊີ້ນຳຂອງຂັ້ນເທິງນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ມອບໃຫ້ກຳລັງວິຊາສະເພາະທຸກພາກສ່ວນທີ່ກ່ຽວຂ້ອງໃນທົ່ວແຂວງຕ້ອງປະຕິບັດຕາມທິດຊີ້ນຳຂອງຂັ້ນເທີງຢ່າງເດັດຂາດ ແລະ ໃຫ້ມີຄວາມເປັນເອກະພາບ, ສຸມໃສ່ແກ້ໄຂພື້ນທີ່ຫຼ່ໍແຫຼມ, ຊອກຮູ້ເປົ້າໝາຍ ຜະລິດຂົນສົ່ງ, ຄ້າຂາຍລາຍໃຫ່ຍ, ລາຍຍ່ອຍ, ເອົາໃຈໃສ່ເກັບກຳສະຖິຕິເປົ້າໝາຍຢາເສບຕິດໃຫ້ລະອຽດ, ຊັດເຈນ ແລະ ພ້ອມກັນສຸມໃສ່ແກ້ໄຂບັນຫາປະກົດການ ຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງເທຶ່ອກ້າວ.