ໃນທ້າຍອາທິດຜ່ານມາ, ທີ່ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນລະບົບກົງຈັກການຈັດຕັ້ງພະລາທິການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພົຈວ ບຸນສູງ ຢາທໍ່ຕູ້ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມດ້ວຍຄະນະນໍາກົມໃຫຍ່ການເມືອງ ປກສ, ກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ, ຫ້ອງການ, ພະແນກ ແລະ ວິຊາການທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ສົມພິດ ແກ້ວວັນທອງ ຮອງຫົວໜ້າກົມເສນາພະລາກົມໃຫຍ່ພະລາທິການກອງທັບໄດ້ສະເໜີກ່ຽວກັບທີ່ຕັ້ງພາລະບົດບາດ, ສິດໜ້າທີ່, ໂຄງປະກອບການຈັດຕັ້ງຈໍານວນພົນກົມໃຫຍ່ພະລາທິການ, ຂໍ້ກໍານົດຂອງກົມໃຫຍ່ພະລາທິການວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຂອບ ເຂດສິດ, ໂຄງປະກອບການຈັດຕັ້ງລະບົບແຜນການວິທີເຮັດວຽກຂອງກົມເສນາພະລາ, ໂຄງປະກອບການຈັດຕັ້ງຕໍາແໜ່ງງານຈໍານວນພົນເຫຼົ່າຮົບພະລາທິການຢູ່ບັນດາຫົວໜ່ວຍກໍາລັງຫຼວງ, ກໍາລັງທ້ອງຖິ່ນທີ່ຂຶ້ນກັບກະຊວງປ້ອງກັນປະເທດ ແລະ ລະບົບການຈັດຕັ້ງດ້ານວຽກງານພັກ, ວຽກງານການເມືອງລະບອບສອງຫົວໜ້າ, ເຊິ່ງໃນນັ້ນທັງສອງຝ່າຍໄດ້ພ້ອມກັນຄົ້ນຄວ້າ ແລະ ຕັ້ງຄໍາຖາມເຈາະຈີ້ມກ່ຽວກັບພື້ນຖານທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຂອບເຂດສິດຄວາມຮັບຜິດຊອບຂອງຕົນທາງດ້ານຂົງເຂດວຽກງານພະລາທິການ ແລະ ຂົງເຂດວຽກງານພັກ, ວຽກງານການເມືອງຂອງພັກໄລຍະໃໝ່ ເພື່ອໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ຂອງພັກ, ການປັບປຸງບູລະນະກົງຈັກການຈັດຕັ້ງຂອງສອງກໍາລັງ ປກຊ ແລະ ປກສ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດມອບ ໝາຍໃຫ້ດ້ວຍຄຸນນະພາບສູງສຸດ.

ການຖອດຖອນບົດຮຽນຄັ້ງນີ້, ກໍເພື່ອແລກປ່ຽນຄວາມຄິດເຫັນທາງດ້ານວຽກງານວິຊາສະເພາະ ເພື່ອພ້ອມກັນນໍາເອົາບັນດາເນື້ອໃນຈິດໃຈບົດຮຽນໄປຈັດຕັ້ງປະຕິບັດຢູ່ຂັ້ນກົມກອງຂອງຕົນໃຫ້ສອດຄ່ອງ ແລະ ຖືກຕ້ອງກັບທິດທາງການປັບປຸງກໍ່ສ້າງກໍາລັງປະກອບອາວຸດໃນໄລຍະໃໝ່ຂອງການປະຕິວັດທີ່ພັກ-ລັດ ວາງອອກ ເວົ້່າລວມ ເວົ້າສະເພາະ ກໍຄືການປະຕິບັດເຮັດໜ້າທີ່ວຽກງານຮັບປະກັນດ້ານພະລາທິການກັບທີ່ຂອງສອງກໍາລັງ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ນັບມື້ເກີດດອກອອກຜົນ ແລະ ມີຜົນສໍາເລັດຈົບງາມຕະຫຼອດໄປ.