ນັບແຕ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ຜ່ານການຮັບຮອງຢ່າງເປັນທາງການ ໂດຍໄດ້ມີການແບ່ງຄວາມຮັບຜິດຊອບໃຫ້ບັນດາຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະແມ່ນຖືເອົາການລົງກໍ່ສ້າງຮາກຖານການເມືອງ ເພື່ອໂຄສະນາ, ສຶກສາອົບຮົມພົນລະເມືອງທຸກຊັ້ນຄົນ ໂດຍເລີ່ມຈາກໜ່ວຍ, ບ້ານຢູ່ທ້ອງຖິ່ນຂອງຕົນ ໄດ້ຮູ້ກ່ຽວກັບຜົນຮ້ານຂອງຢາເສບຕິດ ແລະ ປ້ອງກັນບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ.

ເມືອງວຽງທອງ ແຂວງບໍລິຄຳໄຊ ຖືວ່າເປັນອີກເມືອງໜຶ່ງທີ່ຄະນະປົກຄອງ ເມືອງສົມທົບກັບກອງບັນຊາການ ປກສ ເມືອງເອົາໃຈໃສ່ໃນການຊີ້ນຳ-ນຳພາຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍໄດ້ມີການຈັດຕັ້ງພະນັກງານລົງສູ່ຮາກຖານ ແຕ່ລະບ້ານພາຍໃນເມືອງ ເພື່ອລົງໂຄສະນາກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ພ້ອມທັງປູກຈິດສຳນຶກໃຫ້ພໍ່-ແມ່ປະຊາຊົນໃນແຕ່ລະບ້ານທົ່ວເມືອງ ຮັບຮູ້ໄດ້ວ່າ “ ຢາເສບຄິດຄືສັດຕູໂຕຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນແກ້ໄຂ ”.

ໃນກອງປະຊຸມສະຫຼຸບຖອນຖອນບົດຮຽນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຂອງເມືອງວຽງທອງ ແຂວງບໍລິຄໍາ ໄຊ ທີ່ຈັດຂຶ້ນໃນວັນທີ 2 ມິຖຸນາ 2022, ພັຕ ຄໍາພວຍ ກໍເພງນະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ ທັງເປັນຄະນະຮັບຜິດຊອບເກັບກຳຂໍ້ມູນ ແລະ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຢາເສບຕິດຂັ້ນເມືອງ ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ເມືອງວຽງທອງ ໃນໄລຍະທີ I ໃຫ້ຮູ້ວ່າ: ຄະນະຮັບຜິດຊອບໄດ້ນຳເອົານິຕິກຳຕ່າງໆລົງເຜີຍແຜ່ເຊືອມຊຶມໃຫ້ອົງການປົກຄອງ, ພໍ່-ແມ່ປະຊາຊົນແຕ່ລະບ້ານ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບວາລະແຫ່ງຊາດ ແລ້ວພ້ອມກັນເຂົ້າຮ່ວມຢ່າງແຂງແຮງ, ໂດຍຄະນະຮັບຜິດຊອບໄດ້ລົງສົມທົບກັບ ປກສ ກຸ່ມ ແລະ ອົງການປົກຄອງບ້ານ ຈຳນວນ 34 ບ້ານທົ່ວເມືອງ ເປີດຂະບວນການແກ້ໄຂຢາເສບຕິດ; ເຊິ່ງສາມາດເກັບກຳຂຶ້ນບັນຊີທົ່ວເມືອງມີເປົ້າໝາຍ ພົວພັນກັບສິ່ງເສບຕິດທີ່ຜິດກົດໝາຍ ໄດ້ 1.000 ກວ່າຄົນ ເປັນຕົ້ນແມ່ນປູກຝິ່ນ-ປູກຄັນຊາ, ເປົ້າໝາຍຄ້າຂາຍ ແລະ ເສບຢາເສບຕິດ ລວມທັງໝົດ 1.210 ຄົນ ຍິງ 50 ຄົນ, ເຊິ່ງຄະນະຮັບຜິດຊອບໄດ້ລົງສະກັດກັ້ນເປົ້າໝາຍທີ່ລັກ ລອບປູກຝິ່ນ ແລະ ປຸກຄັນຊາຢູ່ຂອບເຂດບ້ານຜາບໍ່ ແລະ ບ້ານອຸດົມໄຊ ໄດ້ຈຳນວນ 9 ຄັ້ງ, ທໍາລາຍສວນຄັນຊາໄດ້ທັງໝົດ 41 ສວນ, ເນື້ອທີ່ປະ ມານ 19,9 ເຮັກຕາ, ລວມປະເມີນນໍ້າໜັກ 90,866 ກິໂລກຼາມ ແລະ ທໍາລາຍຄັນຊາແຫ້ງ ໄດ້ປະມານ 300 ກິໂລກຼາມ, ທຳລາຍ ສວນຝິ່ນໄດ້ 10 ສວນ ເນື້ອທີ່ປະມານ 5,1 ເຮັກຕາ, ກັກຕົວ ເຈົ້າຂອງສວນໄດ້ 11 ຄົນ ຍິງ 6 ຄົນ, ລົງມ້າງເປົ້າໝາຍຄ້າຂາຍ ແລະ ມົ້ວສຸມເສບຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ໄດ້ 26 ເລື່ອງ, ກັກຕົວຜູ້ຖືກຫາ ໄດ້ 37 ຄົນ ຍິງ 2 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 20.453 ເມັດ, ຄັນຊາແຫ້ງໄດ້ 6 ເປົາ ນໍ້າໜັກ 65 ກິໂລກຼາມ, ຢຶດປະເພດລົດໃຫຍ່ໄດ້ 1 ຄັນ, ລົດຈັກ 4 ຄັນ.

ສຳລັບທິດທາງແຜນການໄລຍະທີ II ຄະນະຮັບຜິດຊອບຈະສືບຕໍ່ເພີ່ມ ທະວີໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍຜັນຂະຫຍາຍໃຫ້ຖືກຕ້ອງ ແລະ ເໝາະສົມກັບຂົງເຂດຄວາມຮັບຜິດຊອບໃນແຕ່ລະບ້ານທົ່ວເມືອງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງແນໃສ່ໃຫ້ບັນຫາຢາເສບຕິດ ໝົດໄປເທື່ອລະກ້າວ; ພ້ອມທັງເພີ່ມທະວີຄວາມເອົາໃຈໃສ່ປຸກລະດົມ-ຂົນຂວາຍຜູ້ຕິດຢາເສບຕິດໃຫ້ສະໝັກໃຈເຂົ້າມາປິ່ນປົວ ແລະ ຟື້້ນຟູສຸຂະພາບຢູ່ໂຮງໝໍ ແລະ ສູນປິ່ນປົ່ວ-ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ພ້ອມທັງຕິດຕາມຜູ້ມາປິ່ນປົວທີ່ຄົບຕາມກຳນົດບໍ່ໃຫ້ກັບຄືນມາເສບອີກ; ສືບຕໍ່ປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນພາຍໃນແຕ່ລະບ້ານໃຫ້ເປັນຫູເປັນຕາຊ່ວຍເຈົ້າໜ້າໃນການສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດໃຫ້ໝົດໄປຈາກສັງຄົມ.