ວັນທີ 31 ພຶດສະພາ 2022, ຫຼາຍພາກສ່ວນໄດ້ມອບເງິນລວມມູນຄ່າ 18.000.000 ກວ່າກີບ ເພື່ອສົມທົບທຶນໃນການກໍ່ສ້າງທາງເບຕົງເສີມເຫຼັກ ເຂົ້າໂຮງຮຽນມັດທະຍົມຕອນປາຍທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍຄະນະ.

ການມອບເງິນປະກອບສ່ວນຄັ້ງນີ້ລວມມີ: ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານສະມາຄົມສະພາການຄ້າ ເມືອງຫາດຊາຍຟອງ ຈໍານວນ 5.000. 000 ກີບ, ສິດເກົ່າໂຮງຮຽນ ມປ ທ່າເດື່ອ ຮຸ່ນທີ 1994-1995 ຈໍານວນ 3.500. 000 ກີບ, ຄູ-ອາຈານ ແລະ ນັກຮຽນ ມປ ທ່າເດື່ອ ສົກປີ 2021-2022 ຈໍານວນ 2.500.000 ກີບ, ທ່ານ ນາງ ຫົງທອງ ແລະ ນາງ ໄຄ້ສີ ຂິນນະວົງ 2.000.000 ກີບ, ສິດເກົ່າໂຮງຮຽນ ມປ ທ່າເດື່ອ ຮຸ່ນ ທີ 2005-2006 ຈໍານວນ 1.600.000 ກີບ, ທ່ານ ສອນປະສິດ ສຸວັນນະເມືອງ 1.500.000 ກີບ, ອົງການປົກຄອງບ້ານ ດົງໂພສີ 1.000.000 ກີບ ແລະ ທ່ານ ນາງ ແກ້ວມະນີ ມະນີຈັນ ສິດເກົ່າ ມປ ທ່າເດື່ອ 1.000.000 ກີບ.

ທ່ານ ບຸນເພັງ ສີນະວົງພອນ ກ່າວວ່າ: ການລະດົມທຶນໃນການກໍ່ສ້າງທາງເບຕົງເສີມເຫຼັກເຂົ້າໂຮງຮຽນ ມປ ທ່າ ເດື່ອ. ມາຮອດປັດຈຸບັນໄດ້ພຽງເຄິ່ງໜຶ່ງຂອງມູນຄ່າໂຄງການກໍ່ສ້າງ; ສະນັ້ນ, ພວກເຮົາໄດ້ຕົກລົງກັນ ແລະ ຮ່ວມມືກັບອົງການພຸດທະສາສາໜາເມືອງຫາດຊາຍຟອງ ເຮັດກອງຜ້າປ່າຂຶ້ນ ເພື່ອລະດົມທຶນຮອນຈາກຫຼາຍພາກສ່ວນ ແລ້ວນໍາມາສົມທົບໃນການກໍ່ສ້າງເສັ້ນທາງດັ່ງກ່າວ; ສະນັ້ນ, ໃນນາມອົງກາ ປົກຄອງເມືອງຫາດຊາຍຟອງ ຂໍຮຽກຮ້ອງມາຍັງພະນັກງານ, ທະຫານ-ຕໍາ ຫຼວດ, ພໍ່-ແມ່ປະຊາຊົນທຸກຄົນຄົນ ໂດຍສະເພາະ ແມ່ນນັກຮຽນສິດເກົ່າ ຂອງໂຮງຮຽນ ມປ ທ່າເດື່ອ, ນັກທຸລະກິດ, ພໍ່ຄ້າຊາວຂາຍຕ່າງໆໃນທົ່ວເມືອງ ແລະ ຢູ່ບັນດາເມືອງຕ່າງໆ ຈົ່ງຊ່ວຍກັນຄົນລະເລັກລະໜ້ອຍໃນການປະກອບສ່ວນທຶນຮອນໃນການກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ສໍາເລັດ ເພື່ອເຮັດໃຫ້ນ້ອງນັກຮຽນທີ່ນໍາໃຊ້ເສັ້ນທາງດັ່ງກ່າວ ສາມາດເດີນທາງໄດ້ຢ່າງສະດວກສະຮັບປະກັນໃຫ້ທຽວໄດ້ທັງລະດູແລ້ງ ແລະ ລະດູຝົນ.