ຫ້ອງພະລາທິການກອງບັນຊາການ ປກສ ແຂວງຜົ່ງສາລີ ໄດ້ເປີດຊຸດຝຶກອົບຮົມວຽກງານອຸປະໂພກ-ບໍລິໂພກໃຫ້ພະນັກງານ-ນັກຮົບທີ່ກ່ຽວຂ້ອງໃນອາທິດທິດຜ່ານມານີ້, ເປັນປະທານໂດຍ ພັທ ສົມສັກ ອຸ່ນມີໄຊ ຮອງຫົວໜ້າຫ້ອງພະລາທິການ ປກສ ແຂວງ, ມີບັນດາຫົວໜ້າ-ຮອງພະແນກ, ຫົວ ໜ້າ-ຮອງໜ່ວຍງານ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສົມສັກ ອຸ່ນມີໄຊ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ແມ່ນເພື່ອເຮັດໃຫ້ບັນດານັກສໍາມະກອນຜູ້ທີ່ເຮັດວຽກງານຄຸ້ມຄອງຮັບຮູ້-ເຂົ້າໃຈເຖິງຈຸດ ປະສົງ-ຄາດໝາຍ, ການກໍານົດປີນໍາໃຊ້ເຄື່ອງປະຈໍາປີ, ຍາວນານ ແລະ ວິຊາສະເພາະສໍາຮອງສູ້ຮົບ, ຮູ້ເຖິງການກໍານົດການປະກອບເຄື່ອງນຸ່ງຫົ່ມແບບ, ອຸປະກອນໃຫ້ນາຍ ແລະ ພົນຕໍາຫຼວດ ແຕ່ລະເຫຼົ່າລົບວິຊາສະເພາະ, ເຄື່ອງນຸ່ງຫົ່ມນັກໂທດ-ດັດສ້າງ, ໄດ້ຮັບຮູ້ເຖິງວິທີການຈັດຕັ້ງປະຕິບັດ ແລະ ມາດຕະການຈັດຕັ້ງປະຕິບັດ ແລະອື່ນໆ ເພື່ອເປັນບ່ອນອີງໃນການຈັດຕັ້ງຮັບປະກັນແຜນເບີກ-ຈ່າຍເຄື່ອງນຸ່ງຫົ່ມໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ມີຄວາມເປັນເອກະພາບໃນກໍາລັງປ້ອງກັນຄວາມສະຫງົບ, ແນໃສ່ຮັບປະການວັດຖຸອຸປະໂພກ-ບໍລິໂພກໃຫ້ນາຍ ແລະ ພົນຕໍາຫຼວດທີ່ກໍາລັງເຮັດໜ້າທີ່ວຽກງານຢູ່ກົມກອງເຫຼົ່າວິຊາສະເພາະຕ່າງໆໄດ້ຊົມໃຊ້ເຄື່ອງນຸ່ງຫົ່ມໃຫ້ຖືກຕ້ອງຕາມເປົ້າໝາຍປະກອບ, ຄົບຖ້ວນ, ຊັດເຈນ, ທັນເວລາ ແລະ ເພື່ອພ້ອມກັນຄຸ້ມຄອງ, ນໍາໃຊ້ເຄື່ອງແບບ, ເຄື່ອງໝາຍ ແລະ ເຄື່ອງອຸປະໂພກ-ບໍລິໂພກຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ.

ການຝືກອົບຮົມຄັ້ງນີ້, ບັນດານັກສໍາມະນາກອນໄດ້ຮຽນຮູ້ຄໍາແນະນໍາຂອງກົມອຸປະໂພກ-ບໍລິໂພກ ວ່າດ້ວຍການກໍານົດ ແລະ ນໍາໃຊ້ການເບີກ-ຈ່າຍ ເຄື່ອງອຸປະໂພກໃຫ້ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ, ເອກະສານພະລາບົດບາດ, ສິດ ແລະ ໜ້າທີ່ຂອງວຽກງານອຸປະໂພກ-ບໍລິໂພກຫ້ອງພະລາທິການ ປກສ ແຂວງ ແລະ ວຽກງານຄຸ້ມຄອງສາງ, ເອກະສານອະທິບາຍກ່ຽວກັບແບບຟອມວິທີການສ້າງແຜນງົບປະມານເຄື່ອງ ນຸ່ງຫົ່ມ ແລະ ເອກະສານອື່ນໆ.