ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ໃນວັນທີ 7 ມິຖຸນາ 2022, ໂດຍການເປັນປະທານຂອງ ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີບັນດາຄະນະກົມ ພ້ອມດ້ວຍພະແນກ, ຫ້ອງການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຈໍານວນ 7 ສະບັບ ເຊິ່ງໄດ້ປະກາດເລື່ອນຊັ້ນດັ່ງຕໍ່ໄປນີ້:

  • ພັນຕີ ຂຶ້ນ ພັນໂທ ຈໍານວນ 20 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 21 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 53 ສະຫາຍ ຍິງ 9 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 25 ສະຫາຍ ຍິງ 5 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ ຈໍານວນ 12 ສະຫາຍ ຍິງ 4 ສະຫາຍ
  • ສິບເອກ ຂຶ້ນ ວາທີຮ້ອຍຕີ 1 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 9 ສະຫາຍ ຍິງ 4 ສະຫາຍ

ຕອນທ້າຍພິທີ, ພົຈວ ນິລະວົງ ເຈືອງຕະວະລາດ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ ແລະ ຫ້າວຫັນ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ໃນໄລຍະໃໝ່, ຮັບປະກັນໄດ້ຄວາມຮັບຜິດຊອບ, ບຸກບືນເຂັ້ມແຂງໃນການຕອບຕ້ານ-ສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ, ມີຄວາມສະຫງົບ-ປອດໄພເປັນກ້າວໆ.