ໃນວັນທີ 9 ມິຖຸນາ 2022, ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຜູ້ທີ່ຄົບມາດຖານເງື່ອນໄຂຕາມລະບຽບຂອງ ກະຊວງ ປກສ, ເຂົ້າຮ່ວມເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການກະຊວງ, ມີຄະນະນໍາ-ຄະນະຫ້ອງວ່າການ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ຫ້ອງ, ພະແນກ ແລະ ນາຍຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ບຸນຫໍ ອິນທະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ຫ້ອງວ່າການ ກະຊວງ ປກສ ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ຫ້ອງວ່າການ ກະຊວງ ດັ່ງນີ້:

  • ແຕ່ງຕັ້ງຕໍາແໜ່ງຂັ້ນຫົວໜ້າພະແນກ ຈໍານວນ 5 ສະຫາຍ
  • ແຕ່ງຕັ້ງຕຳແໜ່ງຂັ້ນຮອງຫົວໜ້າພະແນກ 11 ສະຫາຍ

ຈາກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ຂຶ້ນກັບ ຫ້ອງວ່າການ ກະຊວງ ເຊິ່ງໄດ້ປະກາດເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 5 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 4 ສະຫາຍ

ໂອກາດນີ້, ພົຈວ ອານຸເດດ ຄູນຄໍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ໂດຍສະເພາະ ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຕໍາແໜ່ງ ແລະ ເລື່ອນຊັ້້ນຄັ້ງນີ້ ຕ້ອງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ພ້ອມກັນເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ, ສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ພຶດຕິກໍາວິຊາສະເພາະຕົວຈິງ ເພື່ອໝູນໃຊ້ເຂົ້າໃນວຽກງານຢ່າງມີຫົວຄິດປະດິດສ້າງ ແລະມີຜົນສໍາເລັດ.

ນອກນີ້, ກໍໃຫ້ປະຕິບັດລະບອບແບບແຜນວິທີ ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ເຮັດວຽກມີການປຶກສາຫາລືເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ປະຕິບັດລະບອບປະຈໍາການ ແລະ ສ່ອງແສງລາຍງານການເຄື່ອນໄຫວໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ ເພື່ອພ້ອມກັນສ້າງຜົນງານຢູ່ພາຍໃນກົມກອງໃຫ້ນັບມື້ຫຼາຍຂຶ້ນ ແລະ ພົ້ນເດັ່ນກວ່າເກົ່າ.