ເວລາປະມານ 23:00 ໂມງ ຂອງວັນທີ 8 ມິຖຸນາ 2022, ເກີດອຸບັດຕິເຫດ ລົດໂຕໂຍຕ້າ ຟໍຈຸນເນີ ສີຂາວ ຕໍາທ້າຍລົດບັນທຸກຫົວລາກ ຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານນາຫຍ້າຫວາຍ ເມືອງທ່າແຂກ ແຂວງຄຳມ່ວນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ ແລະ ບາດເຈັບ 2 ຄົນ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງຄໍາມ່ວນ ລາຍງານໃຫ້ຮູ້ວ່າ: ທ້າວ ເອ ອາຍຸ 22 ປີ ໄດ້ຂັບຂີ່ ລົດໂຕໂຍຕ້າຟໍຈຸນເນີ ສີຂາວ ໝາຍເລກທະບຽນ ຮຮ 2222 ກໍາແພງນະຄອນ ແລະ ມີຜູ້ນັ່ງມານໍາ 3 ຄົນ ຊື່: ທ້າວ ໂຈ ອາຍຸ 21 ປີ, ທ້າວ ອອຍ ອາຍຸ 19 ປີ ແລະ ທ້າວ ເກ ອາຍຸ 18 ປີ ທັງ 4 ຢູ່ບ້ານຫ້ວຍ ເຂົ້າພື້ນ ເມືອງຫີນບູນ ແຂວງຄຳມ່ວນ; ເຊິ່ງພວກກ່ຽວໄດ້ຂັບຂີ່ລົດຄັນດັ່ງກ່າວອອກມາຈາກຮ້ານ ເພື່ອນເບຍ ຢູ່ບ້ານຫີນບູນໃຕ້ ເມືອງຫີນບູນ ແຂວງຄຳມ່ວນ ຈຸດປະສົງແມ່ນຈະໄປຫຼິ້ນຢູ່ເທດສະບານເມືອງທ່າແຂກ ແຂວງຄຳມ່ວນ ພໍຂັບຂີ່ມາຮອດບໍລິເວນເຂດບ້ານນາຫຍ້າຫວາຍ ເມືອງທ່າ ແຂກ ໄດ້ເກີດອຸບັດຕິເຫດຕໍາທ້າຍລົດບັນທຸກ ຫົວລາກ ໝາຍເລກທະບຽນ ບກ 1049 ສະຫວັນນະເຂດ (ຫົວ), ບກ 1106 ສະຫວັນນະເຂດ (ຫ່າງ) ທີ່ຈອດເປ່ເພຢູ່ແຄມທາງຢ່າງແຮງເຮັດໃຫ້ລົດຟໍຈູນເນີປີ້ນລົງຂ້າງທາງ ສົ່ງຜົນເຮັດໃຫ້ ທ້າວ ອອຍ ແລະ ທ້າວເກ ຜູ້ນັ່ງມານໍາ ເສຍຊີວິດຄາທີ່.

ສ່ວນ ທ້າວເອ ຜູ້ຂັບຂີ່ ລົດຟໍຈູນເນີ້ ແມ່ນໄດ້ຮັບບາດເຈັບສົມຄວນ, ທ້າວໂຈ້ ຜູ້ນັ່ງມານໍາແມ່ນໄດ້ຮັບບາດເຈັບເລັກໜ້ອຍ; ຕໍ່ກັບຄະດີດັ່ງກ່າວ ເຈົ້າ ໜ້າທີ່ ພວມສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.