ໃນລະຫວ່າງວັນທີ 7-10 ມິຖຸນາ 2022, ກົມ, ກອງບັນຊາການ, ວິທະຍາຄານ ອ້ອມຂ້າງກະຊວງ ປກສ ຄື: ກົມສື່ສານ, ກອງບັນຊາການປ້ອງກັນທີ່ຕັ້ງ, ວິທະຍາຄານຕໍາຫຼວດປະຊາຊົນ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ, ແຕ່ລະພາກສ່ວນປະດັບຊັ້ນໂດຍ ພົຈວ ແສງປະເສີດ ສຸທໍາມະວົງ ຫົວໜ້າກົມສື່ສານ, ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ພັອ ຄໍາພັດ ສາລີວອນ ຮອງຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ, ມີຄະພັກ-ຄະນະບັນຊາ, ພ້ອມດ້ວຍນາຍຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນນີ້, ກົມສື່ສານມີພະນັກງານໄດ້ຮັບເລື່ອນຊັ້ນ ຈໍານວນ 4 ສະຫາຍ ຍິງ 1 ສະຫາຍ ຄື: ເລື່ອນຊັ້ນ ພັນຕີ ຂຶ້ນ ພັນ ໂທ 1 ສະ ຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ. ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຮັບເລື່ອນຊັ້ນ ຈໍານວນ 50 ສະຫາຍ ຍິງ 8 ສະຫາຍ. ໃນນີ້; ເລື່ອນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 29 ສະຫາຍ ຍິງ 6 ສະຫາຍ ແລະ ມີພົນຕຳ ຫຼວດທີ່ຮັບເລື່ອນຊັ້ນ ຄື: ສິບເອກ ຂຶ້ນ ວາທີ 6 ສະຫາຍ, ສິບໂທ ຂຶ້ນ ສິບເອກ 5 ສະຫາຍ ຍິງ 2 ສະຫາຍ ແລະ ສິບຕີ ຂຶ້ນ ສິບໂທ 1 ສະຫາຍ; ວິທະຍາຄານຕໍາຫຼວດປະຊາຊົນ ໄດ້ຮັບເລື່ອນຊັ້ນ ຈໍານວນ 31 ສະຫາຍ ຍິງ 5 ສະຫາຍ. ໃນນີ້, ເລື່ອນ ພັນຕີ ຂຶ້ນ ພັນໂທ ຈໍານວນ 6 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 7 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 18 ສະຫາຍ ຍິງ 5 ສະຫາຍ.

ໂອກາດດັ່ງກ່າວ, ບັນດາສະຫາຍຜູ້ທີ່ ໄດ້ຮັບການເລື່ອນຊັ້ນແຕ່ລະພາກສ່ວນ ຍັງໄດ້ຮັບຟັງການໂອ້ລົມຈາກປະທານ ໂດຍລວມແມ່ນເນັ້ນໃຫ້ແຕ່ລະສະຫາຍ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມຮັກແພງຄວາມສາມັກຄີພາຍໃນກຳລັງ, ສືບຕໍ່ເຮັດວຽກງານ-ວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນສະເພາະໜ້າ ແລະ ຍາວນານ.