ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ( ກົມ 515 ) ກະຊວງ ປກສ ໄດ້ເນັ້ນໃຫ້ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈຳນວນ 58 ສະຫາຍ ຈົ່ງເພີ່ມຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຕາມຂົງເຂດຄວາມຮັບຜິດຊອບໃຫ້ສົມກັບຊັ້ນໃໝ່ທີ່ໃຫຍ່ກວ່າເກົ່າ.

ພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດອ້ອມຂ້າງກົມ 515 ໄດ້ຈັດຂຶ້ນ ໃນວັນທີ 10 ມິຖຸນາ 2022, ໂດຍມີນາຍຕຳຫຼວດທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 13 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 6 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍ ໂທ 3 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ 4 ສະຫາຍ.

ໃນພິທີ, ພົຈວ ສົມລິດ ດາວຮຸ່ງສຸລິ ໄດ້ເປັນກຽດປະດັບຊັ້ນ ພ້ອມທັງໂອ້ລົມມີທິດຊີ້ນຳໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງພ້ອມພາກັນຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນຕື່ມຢ່າງບໍ່ຢຸດບໍ່ຢັ້ງ; ການເລື່ອນຊັ້ນໃໝ່ໃນຄັ້ງນີ້ ເປັນການມອບໝາຍໃຫ້ບັນດາສະຫາຍເພີ່ມຄວາມຮັບຜິດ ຊອບໃນໜ້າທີ່ວຽກງານອັນໜັກໜ່ວງທີ່ຕ້ອງໄດ້ມີຄວາມບຸກບືນ, ສູ້ຊົນ, ດ້ວຍຄວາມອົດ ທົນຜ່ານຜ່າທຸກອຸປະສັກນາໆປະການ, ເພື່ອເຮັດຫຼ້ອນໜ້າ ທີ່-ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດຍິ່ງຂຶ້ນໃຫ້ສົມກັບຊັ້ນໃໝ່ທີ່ໃຫຍ່ກວ່າເກົ່າ.

ໃນພິທີ, ພັທ ບຸນລ້ຽງ ໄຊປັນຍາ ຫົວໜ້າພະແນກການເມືອງກົມຕຳຫຼວດຄຸມ ຂັງ-ດັດສ້າງ ຍັງໄດ້ຜ່ານຂໍ້ຕົກລົງຂອງກົມຕຳຫຼວດຄຸມຂັງ-ດັດສ້າງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ໜ່ວຍ ງານຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ກວດກາຄຸ້ມຄອງກຳລັງພົນໃນກຳລັງຂອງກົມ ເພື່ອໃຫ້ມີຄວາມໂປ່ງໃສ, ກະທັດຮັດ, ໜັກແໜ້ນ ແລະ ສອດຄ່ອງກັບສະພາບການຕົວຈິງ.