ກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນກົມໃຫຍ່ພະລາທິການ ປກສ ຄຸ້ມຄອງ ແລະ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈຳນວນ 65 ສະຫາຍ, ໄດ້ຈັດຂຶ້ນວັນທີ 7 ມິຖຸນາ 2022 ຜ່ານມາ, ເຂົ້າຮ່ວມໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການກົມໃຫຍ່ພະລາທິການ, ມີບັນດາສະຫາຍຄະນະກົມ, ຫ້ອງ, ກອງ, ໂຮງໝໍ 5 ເມສາ ພະນັກງານ ຫຼັກແຫຼ່ງ ແລະ 2 ບໍລິສັດ ເຂົ້າຮ່ວມ.

ໃນພິທີ, ພົຈວ ທອງສຸກ ຍ່າເອີລາວລີ ໄດ້ຜ່ານ 3 ເອກະສານຄື: ຂໍ້ກໍານົດເລກທີ 1500/ກມປສ, ວ່າດ້ວຍການຍົກຍ້າຍ, ການຢັ້ງຢືນຮັບເອົາການບັນຈຸສັບຊ້ອນນາຍ ແລະ ພົນຕໍາຫຼວດ, ຄໍາສັ່ງເລກທີ 01/ປກສ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກົມກອງ ແລະ ທ້ອງຖິ່ນ ໃນກໍາລັງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງ ສະບັບເລກທີ 677/ປກສ, ວ່າດ້ວຍການກໍານົດຕໍາແໜ່ງງານຂອງບັນດາກົມກອງ ແລະ ທ້ອງຖິ່ນໃນກໍາລັງປ້ອງກັນຄວາມສະຫງົບ, ຈຸດປະສົງເພື່ອເຮັດໃຫ້ຄະນະບັນຊາແຕ່ລະກົມກອງອ້ອມຂ້າງເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ມະຕິເລກທີ 39/ຄພປກສ ແລະ ຄໍາ ແນະນໍາ ເລກທີ 3543/ກມປສ ວ່າດ້ວຍການຂຶ້ນແຜນກໍານົດພະນັກງານນຳພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍ ທີ່ວາງໄວ້, ເພື່ອເຮັດໃຫ້ການເຊື່ອມຊຶມ ແລະ ດໍາເນີນກອງປະຊຸມສ້າງແຜນກໍາ ນົດພະນັກງານນໍາພາ-ບັນຊາຂັ້ນກົມໃຫຍ່ ພະລາທິການຄຸ້ມຄອງມີຄວາມເປັນເອ ກະພາບ ແລະ ຖືກຕ້ອງຕາມທິດຊີ້ນໍາຂອງຂັ້ນເທິງ ເພື່ອຊຸກຍູ້ ແລະ ຕິດຕາມ ແຕ່ລະກົມກອງໃນການກະກຽມເອກະ ສານຕ່າງໆທີ່ຮັບໃຊ້ໃຫ້ການດໍາເນີນຂັ້ນຂອງຕົນມີຄວາມລະອຽດ ແລະ ຖືກຕ້ອງຕາມທິດຊີ້ນໍາທີ່ໄດ້ກໍານົດໄວ້.

ຈາກນັ້ນ, ພັອ ສີທອນ ພິມສີວົງ ຫົວໜ້າຫ້ອງການເມືອງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈຳນວນ 65 ສະຫາຍ. ໃນນັ້ນ, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 17 ສະຫາຍ, ຮ້ອຍ ເອກ ຂຶ້ນ ພັນຕີ 19 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 19 ສະຫາຍ, ປະດັບ ຊັ້ນໂດຍ ພົຈວ ທອງສຸກ ຍ່າເອີລາວລີ.

ໃນພິທີ, ທ່ານປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ໄດ້ເນັ້ນໃຫ້ແຕ່ລະສະຫາຍຈົ່ງພ້ອມ ກັນສືບຕໍ່ຄົ້ນຄວ້າຮໍ່າຮຽນເອົາແນວຄິດໃໝ່ໆ, ຄວາມຮູ້ໃໝ່ ເຮັດໃຫ້ຕົນເອງມີຄວາມຮູ້, ຄວາມສາມາດ ແລະ ສາມາດນໍາມາ ພັດທະນາໜ້າທີ່ວຽກງານຕົນໃຫ້ແກ່ມີບາດກ້າວພັດທະນາດີຂຶ້ນເລື້ອຍໆ.