ວັນທີ 10 ມິຖຸນາ 2022, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Jean Philippe Henry ປະທານບໍລິສັດ Ecoglobal Holdings Limited ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ບໍລິສັດ ກໍຄືມູນນິທິ Ecoglobal ທີ່ໄດ້ຈັດຕັ້ງປະຕິບັດໂຄງການບຳບັດນໍ້າເປື້ອນຢູ່ນະຄອນຫຼວງພະບາງ, ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ແຂວງຫຼວງພະບາງ ແລະ ນະຄອນປາຣີ ໂດຍໄດ້ຮັບການສະໜອງທຶນຈາກອົງການສຸຂາພິບານນະຄອນປາຣີ (SIAAP), ມູນນິທິ Ecoglobal ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2020. ຈຸດປະສົງຂອງໂຄງການແມ່ນເພື່ອບໍາບັດນໍ້າເປື້ອນຈາກຂຸມອາຈົມໃນຊຸມຊົນໃຫ້ສະອາດກ່ອນນໍາມາໝູນໃຊ້ ຫຼື ປ່ອຍຄືນສູ່ທໍາມະຊາດ, ແນໃສ່ການປົກປັກຮັກສາສິ່ງແວດລ້ອມຂອງຊຸມຊົນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ. ສຳລັບການບໍາບັດນໍ້າເປື້ອນແມ່ນນໍາໃຊ້ກົນໄກການບໍາບັດດ້ວຍພືດ (phytoremediation) ແລະ ກັ່ນຕອງດ້ວຍແຮ່ທໍາມະຊາດ, ບໍ່ນໍາໃຊ້ສານເຄມີ, ບໍ່ມີຜົນກະທົບຕໍ່ສິ່ງແວດ ລ້ອມ.

ມາຮອດປະຈຸບັນ, ການກໍ່ສ້າງໄດ້ສໍາເລັດແລ້ວຫຼາຍກວ່າ 90% ແລະ ຄາດວ່າ ຈະສາມາດເລີ່ມການທົດລອງນໍາໃຊ້ໃນປີ 2022 ນີ້. ພາຍຫຼັງສຳເລັດການກໍ່ສ້າງໂຄງການ ຢູ່ນະຄອນຫຼວງພະບາງແລ້ວ ກໍ່ຍັງມີຄວາມສົນໃຈຈະປະຕິບັດໂຄງການບຳບັດນ້ຳເປື້ອນ ຢູ່ບັນດາຕົວເມືອງທີ່ມີພົນລະເມືອງຂ້ອນຂ້າງໜາແໜ້ນ ເປັນຕົ້ນ ນະຄອນປາກເຊ, ນະຄອນໄກສອນພົມວິຫານ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ Jean Philippe Henry ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບຄວາມຄືບໜ້າຂອງການພັດທະນາໂຄງການບຳບັດນໍ້າເປື້ອນຢູ່ນະຄອນຫຼວງພະບາງ, ແຜນການພັດທະນາໂຄງການຕ່າງໆຢູ່ສປປລາວໃນຕໍ່ໜ້າ,ລວມທັງຄວາມສາມາດແລະຄວາມສົນໃຈຂອງບໍລິສັດ Ecoglobal Holdings Limited ຕໍ່ການລົງທຶນພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນພັດທະນາເສດຖະກິດ-ສັງຄົມຕື່ມອີກ.