ໃນທ້າຍອາທິດທີ່ຜ່ານມາ, ກອງບັນຊາການ ປກສ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ຮ່ວມກັບ ກອງບັນຊາການຄຸ້ມຄອງຊາຍແດນ ນະຄອນພູເອີ້ ແລະ ດ່ານກວດ ຄົນເຂົ້າ-ອອກ ເມືອງປ້ອງກັນຊາຍແດນ ເມືອງຄໍາ ແຫ່ງ ສປ ຈີນ ໄດ້ຈັດກອງປະຊຸມພົບປະທາງໄກວຽກງານຄຸ້ມຄອງຊາຍແດນປະຈໍາປີ 2022. ຝ່າຍລາວ ນໍາໂດຍ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ພ້ອມຄະນະ ແລະ ຝ່າຍຈີນ ນໍາໂດຍ ທ່ານ ຫວງເວີຍ ຫົວໜ້າກອງບັນຊາການຄຸ້ມຄອງຊາຍແດນ ນະຄອນພູເອີ້, ທ່ານ ລິວຍົ ຈຸນ ຫົວໜ້າດ່ານກວດກາຄົນເຂົ້າ-ອອກ ເມືອງປ້ອງກັນຊາຍແດນ ເມືອງ ຄໍາ ແຂວງຢູນນານ ສປ ຈີນ ພ້ອມຄະນະ ເຂົ້າຮ່ວມ.

ໃນພິທີ, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາ ສະເພາະຂອງຕົນຕະຫຼອດໄລຍະທີ່ຜ່ານມາໃຫ້ກັນຊາບ ໂດຍສະເພາະແມ່ນການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ລຽບຕາມຊາຍແດນລາວ-ຈີນ ກໍຄືລຽບຕາມຊາຍແດນ ແຂວງຜົ້ງສາລີ ກັບແຂວງ ຢູນນານ ເປັນຕົ້ນແມ່ນບັນຫາການລັກລອບເຂົ້າ-ອອກເມືອງຜິ ກົດໝາຍ, ລັກລອບຄ້າ-ຂາຍເຄື່ອງຜິດກົດໝາຍ, ເຄື່ອງຫວງຫ້າມ, ການລີ້ຊ້ອນຕັ້ງພູມລໍາເນົາທີ່ບໍ່ຖືກຕ້ອງຂອງປະຊາຊົນ ແລະ ບັນຫາອື່ນໆ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງສອງປະເທດ ກໍຄືສອງແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະ ແຂວງຢູນນານ ແຫ່ງ ສປ ຈີນ.

ນອກນີ້, ທັງສອງຝ່າຍຍັງໄດ້ ພ້ອມກັນປຶກສາຫາລື ແລະ ວາງ ແຜນການໃນຕໍ່ໜ້າ ໂດຍສະເພາະແມ່ນໃຫ້ເປັນເຈົ້າການໃນການກໍາແໜ້ນບັນດາສະ ພາບການທີ່ອາດເກີດຂຶ້ນຢູ່ລຽບຕາມຊາຍແດນຂອງສອງປະເທດ ພ້ອມທັງແຈ້ງໃຫ້ກັນຊາບຢ່າງທັນການດ້ວຍການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານໃນວຽກງານຕົວຈິງ ແລະ ແຫຼ່ງຂ່າວທີ່ກ້ຽວພັນເຖິງວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເພື່ອພ້ອມກັນຕ້ານ ແລະ ສະ ກັດກັ້ນບັນດາເລ່ຫຼ່ຽມ, ກົນອຸບາຍຂອງພວກອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີທີ່ຫວັງກໍ່ຄວາມບໍ່ສະຫງົບ ແນໃສ່ເຮັດໃຫ້ຊາຍແດນຂອງສອງຝ່າຍມີຄວາມສະຫງົບໂດຍພື້ນຖານ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ເຊັນບົດບັນທຶກຊ່ວຍຈໍາ ເພື່ອຮ່ວມກັນສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າຢ່າງເປັນທາງການ ເປັນຕົ້ນບັນຫາການລັກລອບເຂົ້າ-ອອກເມືອງ ແລະ ການລັກລອບຄ້າ-ຂາຍເຄື່ອງຜິດກົດໝາຍຢູ່ລຽບຕາມຊາຍແດນຂອງສອງຝ່າຍໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.