ກອງບັນຊາການ ປກສ ແຂວງຫົວພັນ ຈັດພິທີເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີ ເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ຈໍານວນ 121 ສະຫາຍ, ໃນວັນທີ 10 ມິຖຸນາ ຜ່ານ ມາ, ມີໂດຍ ພັອ ເພັດສອນ ອິນສຸ ພັນ ຮອງກອງບັນຊາການ ປກສ ແຂວງຫົວພັນ, ມີບັນດາຄະນະກອງ, ພ້ອມດ້ວຍຄະນະຫ້ອງອ້ອມຂ້າງ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັທ ຊາຍພອນ ຍົດທະວີໄຊ ຮອງຫ້ອງການເມືອງ ປກສ ແຂວງຫົວພັນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນການ ປກສ ແຂວງຫົວພັນ ຈຳນວນ 121 ສະຫາຍ ຍິງ 42 ສະຫາຍ. ໃນນີ້, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 17 ສະຫາຍ ຍິງ 2 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 13 ສະຫາຍ ຍິງ 5 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 73 ສະຫາຍ ຍິງ 18 ສະຫາຍ, ຮ້ອຍເອກ ຂຶ້້ນ ພັນຕີ 13 ສະຫາຍ ຍິງ 4 ສະ ຫາຍ ແລະ ພັນຕີ ຂຶ້ນ ພັນໂທ 15 ສະຫາຍ ຍິງ 3 ສະຫາຍ.

ພັອ ເພັດສອນ ອິນສຸພັນ ຮອງກອງບັນຊາການ ປກສ ແຂວງ ຫົວພັນ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານ ໃນໄລຍະທີ່ຜ່ານມາ ແລະ ຄົບມາດຖານເງື່ອນໄຂ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງພ້ອມກັນສຸມໃສ່ຈັດຕັ້ງປະຕິ ບັດຫນ້າທີ່ວຽກງານຢ່າງຕັ້ງໜ້າ ແລະ ຫ້າວຫັນ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ໃນໄລ ຍະໃໝ່, ຮັບປະກັນໄດ້ຄວາມຮັບ ຜິດຊອບ, ບຸກບືນເຂັ້ມແຂງໃນ ການຕອບຕ້ານ-ສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ, ມີ ຄວາມສະຫງົບ-ປອດໄພ ເປັນ ກ້າວໆ.