ໃນວັນທີ 9 ມິຖຸນາ 2022, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ສົມທົບກັບ ປກສ ກຸ່ມ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງນໍາກໍາລັງເຂົ້າມ້າງກຸ່ມເປົ້າໝາຍມົ້ວສຸມຢາເສບຕິດ ສາມາດຈັບຕົວໄປດໍາເນີນຄະດີໄດ້ 5 ຄົນ ພ້ອມຜູ້ຮ່ວມຂະບວນການອີກ 1 ຄົນ ພ້ອມຂອງກາງຢາບ້າ 700 ກວ່າເມັດ.

ເຈົ້າໜ້າທີ່ຕໍາຫຼວດ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ ຮັບແຫຼ່ງຂໍ້ມູນວ່າ ມີກຸ່ມແກ້ງໄວ້ລຸ້ນຈຳນວນໜຶ່ງມົ້ວສຸມເສບຢາເສບຕິດໃນຂອບເຂດບ້ານສັນຕິສຸກ ເມືອງທ່າແຂກ ຈຶ່ງໄດ້ນໍາກໍາລັງລົງຕິດຕາມສະພາບ ພ້ອມທັງເກັບກຳຂໍ້ມູນຫຼັກຖານຕິດຕາມເປົ້າໝາຍຢູ່ສະຖານທີ່ດັ່ງກ່າວ, ຈົນຮອດເວລາ 12:00 ໂມງຂອງວັນດຽວກັນ, ຈຶ່ງສາມາດປິດລ້ອມເຮືອນຂອງເປົ້າໝາຍ ພ້ອມທັງກວດຄົ້ນ ສາມາດຈັບຕົວຜູ້ຖືກຫາໄດ້ 5 ຄົນ ຊື່ ທ້າວ ເພັດສະໄໝ ຫຼື ຢົ້ງ ອາຍຸ 21 ປີ ຢູ່ບ້ານສັນຕິສຸກ ພ້ອມຂອງກາງຢາບ້າ 10 ເມັດ, ທ້າວ ແສງແກ້ວ ຫຼື ໂນ້ ອາຍຸ 25 ປີ ຢູ່ບ້ານວຽງວິໄລ ພ້ອມຂອງກາງຢາບ້າ 51 ເມັດ, ທ້າວ ຄໍ້ ອາຍຸ 24 ປີ ຢູ່ບ້ານປາກດົງ ພ້ອມຂອງກາງຢາບ້າ 23 ເມັດ, ທ້າວ ເທບພິທັກ ອາຍຸ 29 ປີ ຢູ່ບ້ານທາດ ແລະ ທ້າວ ສີສອນໄຊ ຫຼື ຕຸ້ຍ ອາຍຸ 35 ປີ ຢູ່ບ້ານເລົ່າໂພຄຳ ພວກກ່ຽວຢູ່ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງ ພວກກ່ຽວແມ່ນກຳລັງມົ້ວສຸມເສບຢາເສບຕິດ ປະເພດຢາບ້າ ແລະ ຜ່ານການກວດຄົ້ນພົບເຫັນຂອງກາງຢາບ້າຈຳນວນ 84 ເມັດ ແລະ ຜ່ານການ ສອບສວນພວກກ່ຽວສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນເປັນຂອງພວກກ່ຽວ, ເຊິ່ງໄດ້ຊື້ມາຈາກ ທ້າວ ສາຍສະໝອນ ອາຍຸ 26 ປີຢູ່ບ້ານສົ້ມ ເມືອງເຊບັ້ງໄຟ ແຂວງຄຳມ່ວນ.

ຫຼັງຈາກນັ້ນ, ໃນເວລາ 15:30 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຶ່ງໄດ້ນຳກຳລັງເຂົ້າກັກຕົວທ້າວ ສາຍສະໝອນ ຢູ່ເຮືອນຂອງຜູ້ກ່ຽວ ພ້ອມທັງຂອງກາງຢາບ້າ ຈຳນວນ 678 ເມັດ ມາດຳເນີນການສືບສວນ-ສອບສວນຂະຫຍາຍ ຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.