ກອງບັນຊາການ ປກສ ແຂວງຈຳປາສັກ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ແລະ ໄດ້ຮັບຜົນສຳເລັດຕາມການຈັດຕັ້ງມອບໝາຍໃຫ້ ແລະ ມີເງື່ອນໄຂຮອດຕາມກຳນົດໃນການເລື່ອນຊັ້ນຂອງກົດໝາຍວ່າດ້ວຍກຳລັງ ປກສ ທີ່ໄດ້ກຳນົດໄວ້ ໃນອາທິດຜ່ານມາ, ໂດຍມີ ພັອ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະພັກ, ຄະນະບັນຊາຈາກຫ້ອງອ້ອມຂ້າງ, ກອງບັນຊາການ ປກສ 9 ຕົວເມືອງ, 1 ນະຄອນ, ໂຮງຮຽນ ປກສ ຊັ້ນສູງເລກ 4, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມ ຂັງ-ດັດສ້າງ, ຕະຫຼອດຮອດນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ ພັທ ເກດແກ້ວ ບຸນສະຫວັດ ຮອງ ຫ້ອງການເມືອງ ປກສ ແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດວ້ຍການເລື່ອນຊັ້ນໃຫ້ນາຍຕຳຫຼວດຢູ່ກອງບັນຊາການ ປກສ ແຂວງຈຳປາສັກ. ໃນນັ້ນ, ເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ 19 ສະຫາຍ ຍິງ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກຂຶ້ນ ຊັ້ນ ພັນຕີ 71 ສະຫາຍ ຍິງ 7 ສະຫາຍ, ເລື່ອນ ຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ 173 ສະຫາຍ ຍິງ 20 ສະຫາຍ.

ພັອ ສຸກພະຈັນ ສີລາເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງບັນດາສະຫາຍ, ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ເຊິ່ງມັນສະແດງໃຫ້ເຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໄດ້ຮັບຜົນສຳເລັດຕາມການມອບ ໝາຍ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍ, ຈົ່ງພ້ອມ ກັນສືບຕໍ່ເປັນເຈົ້າການໃນການປະຕິບັດ ໜ້າທີ່ວຽກງານໃຫ້ມີຜົນສຳເລັດ, ເພີ່ມທະວີຄວາມ ຮັບຜິດຊອບໃຫ້ສູງ, ເປັນແບບຢ່າງທີ່ດີໃຫ້ພະນັກ ງານສະມາຊິກພັກ, ພະນັກງານ-ນັກຮົບ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.