ໃນວັນທີ 16 ມິຖຸນາ 2022 ຜ່ານມາ, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ມີກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນກອງບັນຊາການ ປກສ ແຂວງຄຸ້ມຄອງຂອງຫ້ອງການເມືອງ, ເປັນປະທານໂດຍ ພັອ ຢີນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ມີຄະນະຮັບຜິດຊອບຂັ້ນກອງບັນຊາການ ປກສ ແຂວງ, ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນຫ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ສານແສງ ເສົາສຸລິພົມ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປກສ ແຂວງ ລົງຈັດຕັ້ງປະຕິບັດສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂອງຫ້ອງ, ກອງພັນອ້ອມຂ້າງ ປກສ ແຂວງ, ຄໍາແນະນໍາຂອງກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງປະຕິບັດມະຕິຕົກລົງ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຂຶ້ນ ແຜນກໍານົດພະນັກງານນໍາພາ-ບັນຊາໃນກໍາລັງປ້ອງກັນຄວາມສະຫງົບ, ແຈ້ງການແນະນໍາຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບກ່ຽວກັບການກະກຽມດໍາເນີນກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງ ແລະ ຜ່ານມາດຖານເງື່ອນໄຂຜູ້ຈະເປັນຫົວໜ້າຫ້ອງ-ຮອງຫ້ອງທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ເພື່ອເຮັດໃຫ້ການສ້າງແຜນກໍານົດພະນັກງານນໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງກາຍເປັນໂຄງການ, ແຜນວຽກລະອຽດ ແລະ ມີຄວາມເປັນເອກະພາບໃນທົ່ວກໍາລັງ, ແນໃສ່ເຮັດໃຫ້ການຄາດຄະເນເປົ້າໝາຍທີ່ຈະສັບຊ້ອນ, ຈັດວາງ ເຂົ້າໃນຕໍາແໜ່ງນໍາພາ-ບັນຊາ ຂັ້ນກອງບັນຊາການ ປກສ ແຂວງຄຸ້ມຄອງ ສາມາດຮັບປະກັນ ແລະ ຕອບສະໜອງໜ້າທີ່ການເມືອງຂອງພັກລັດໃນສະເພາະ ແລະ ຍາວນານ.

ເພື່ອຍົກສູງຄຸນນະພາບຂອງວຽກງານພະນັກງານ ແລະ ຖັນແຖວພະນັກງານນໍາພາ-ບັນຊາປະກອບສວນອັນສໍາຄັນເຂົ້າໃນການປັບປຸງການເຄື່ອນໄຫວຂອງກົງຈັກການຈັດຕັ້ງພາຍໃນຫ້ອງໃຫ້ມີປະສິດທິພາບ ແລະ ປະສິດທິພົນສູງຂຶ້ນກວ່າເກົ່າ. ຈາກນັ້ນ, ພະນັກງານຫຼັກແຫຼ່ງແຕ່ລະສະຫາຍ ກໍໄດ້ສົມທຸກເຫຼື່ອແຮງສະຕິປັນຍາຂອງຕົນເລືອກເອົາພະນັກງານຜູ້ທີ່ມີຄວາມຮູ້-ຄວາມສາມາດຄົບມາດຖານເງື່ອນໄຂ ແລະ ພ້ອມກັນປ່ອນບັດທາບທາມເອົາພະນັກງານນໍາພາ-ບັນຊາຮອບທີ 1 ຮອບ ທີ 2 ແລະ ຮອບທີ 3 ໄດ້ສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ພັອ ຢີນວັນນະສຸກ ບຸດຕະນະວົງ ກ່າວວ່າ: ແຜນກໍານົດພະນັກງານນໍາພາ-ບັນຊາແມ່ນຂະ ບວນວິວັດແຫ່ງການສ້າງແຫຼ່ງພະນັກງານໃນປັດຈຸບັນ ແລະ ອະນາຄົດໃນຕໍາແໜ່ງງານຂັ້ນນໍາພາ-ບັນຊາຫ້ອງຕາມເປົ້າໝາຍແຜນຍຸດທະສາດ. ພ້ອມນີ້, ຍັງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງຂອງ ພະນັກງານທຸກສະຫາຍເປັນວຽກປົກກະຕິໃນຊີວິດການເມືອງ ເຮັດໃຫ້ກົງຈັກການຈັດຕັ້ງໃນແຕ່ລະຂັ້ນນັບມື້ນັບເຂັ້ມແຂງ ແລະ ດີຂຶ້ນເທື່ອລະກ້າວ.